spot_img
Homeຂ່າວພາຍ​ໃນພິທີເປີດໂຕນາງສາວປະຕິທິນ ເບຍລາວປີ 2015

ພິທີເປີດໂຕນາງສາວປະຕິທິນ ເບຍລາວປີ 2015

Published on

 

ຕອນ​ຄໍ່າ​ຂອງ​ວັນ​ທີ 4 ພະຈິກ 2014 ຢູ່​ທີ່​ຮ້ານ​ອາຫານ ມິກສ໌ (ນ້ຳພຸ) ນະຄອນຫຼວງ​ວຽງຈັນ ​ໄດ້​ມີພິທີເປີດ​ໂຕປະຕິທິນ ເບຍລາວ ປີ 2015  ໃນຄອນເຊັບ ທຸງແຫ່ງໄຊຊະນະ ​​ເຂົ້າ​ຮ່ວມ​​ໃນ​ພິທີ​ມີທ່ານ ຄຳສອນ ແພງລັດຕະນະວົງ ຜູ້ອຳນວຍການຝ່າຍຂາຍຂອງ ບໍລິສັດ ເບຍລາວ ຈຳກັດ, Mr. Brink ຄະ​ນະ​ອຳນວຍ​ການຂອງ ​ບໍລິສັດ ​ເບຍ​ລາວ ​ລວມທັງບັນດາແຂກ​ທີ່ມີ​ກຽດ​ເຂົ້າ​ຮ່ວມ ​ແລະ ສື່​ມວນ​ຊົນ​ທຸກໆການ​ເຂົ້າ​ຮ່ວມ

ທ່ານ ຄໍາສອນ ແພງລັດຕະນະວົງ ​ໄດ້​ກ່າວ​ວ່າ:  ຕະຫຼອດ​ໄລຍະ​ຫຼາຍໆປີ​ທີ່​ຜ່ານ​ມາ ປະຕິທິນ​ເບຍ​ລາ​ວ​ແມ່ນ​ໄດ້​ຮັບ​ການ​ຕ້ອນຮັບ​ເປັນ​ຢ່າງ​ດີ ​ແລະ ​ສຳລັບ​ປະຕິທິນ​ຊຸດ​ປີ 2015 ນີ້​ກໍ່​ເປັນ​ອີກ​ຊຸດ​ໜຶ່ງ​ທີ່​ທາງ​ບໍລິສັດ​ໄດ້​ມີ​ນະ​ໂຍບາຍ​ສ້າງ​ຂຶ້ນ​ມາ ​ເພື່ອ​ເປັນ​ສ່ວນ​ຮ່ວມ​ກັບ​ການສະ​ເຫຼີ​ມສະຫຼອງ ສປປ ລາວ​ຂອງ​ພວກ​ເຮົາ​ຄົບຮອບ 40 ປີ ​ໃນ​ປີ 2015 ທີ່​​ໃກ້ຈະ​ມາ​ຮອດ​ນີ້ ​ແລະ ​ໃນ​ການຄັດ​ເລືອກຫາ​ນາ​ງາ​ສາວປະຕິທິນ​ເບຍ​ລາວ​ໃນ​ປີ​ນີ້​ແມ່ນ​ພວກ​ເຮົາ​ໄດ້​ເນັ້ນ​ໃສ່​ໃນ​ການ​ສະທ້ອນ​ຄວາມ​ພາກພູມ​ໃຈ​ຂອງ​ຄົນ​ລາວ​ກໍ່ຄື​ການ​ນຸ່ງຖື​ທີ່​ງົດ​ງາມ​ຕາມ​ແບບ​ລາວ​ປະຍຸກທີ່​ມາ​ພ້ອມ​ດ້ວຍ​ຄວາມ​ງາມ ​ແລະ ມີ​ສະ​ເໜ່ທີ່​ເຕັມ​ໄປ​ດ້ວຄວາມ​ສາມາດ​ຂອງ​ແມ່ຍິງ​ລາວ.

1002678_10152422028649149_1245878894631991880_n

laopost
ທ່ານ ຄຳສອນ ແພງລັດຕະນະວົງ ຜູ້ອຳນວຍການຝ່າຍຂາຍຂອງ ບໍລິສັດ ເບຍລາວ ຈຳກັດ ມອບລາງວັນແກ່ນາງສາວປະຕິທິນ
laopost
Mr. Brink ຄະ​ນະ​ອຳນວຍ​ການຂອງ ​ບໍລິສັດ ​ເບຍ​ລາວ ມອບລາງວັນແກ່ນາງສາວປະຕິທິນ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...