Homeຂ່າວຕ່າງປະເທດຫົວໜ້າທາງດ້ານພະລັງງານຂອງຣັດເຊຍຕົກເຮືອເສຍຊີວິດຢ່າງບໍ່ຮູ້ສາເຫດ

ຫົວໜ້າທາງດ້ານພະລັງງານຂອງຣັດເຊຍຕົກເຮືອເສຍຊີວິດຢ່າງບໍ່ຮູ້ສາເຫດ

Published on

ເກີດເຫດ ຜູ້ບໍລິຫານລະດັບສູງບໍລິສັດດ້ານພະລັງງານຂອງຣັດເຊຍ ໄດ້ເສຍຊີວິດ ເນື່ອງຈາກໄດ້ຕົກອອກຈາກເຮືອໃນອາທິດແລ້ວນີ້ ເຊິ່ງເປັນຄົນຫຼ້າສຸດຂອງທຸລະກິດພະລັງງານທີ່ເສຍຊີວິດແບບບໍ່ຮູ້ສາເຫດ.

ອ້າງອີງຈາກ ແຫຼ່ງຂ່າວທາງການຣັດເຊຍ ໄດ້ລາຍງານວ່າ: ຜູ້ບໍລິຫານຊື່ວ່າ ອີວານ ເປໂຊຣິນ ອາຍຸ 39 ປີ ດຳລົງຕຳແໜ່ງເປັນກຳມະການຜູ້ຈັດການ ບໍລິສັດ ຟາຣ ອີສ ແອນ ອາກຕິກ ເດເວວລັອບເມັ້ນ ຄໍປໍເລຊັ່ນ  Far East and Arctic Development Corporation ( KRDV) ໄດ້ຕົກຈາກເຮືອ ຂະນະທີ່ອອກແລ່ນເຮືອ ທີ່ອອກຈາກແຄມຝັ່ງຂອງເກາະຣັສກີ້ ໃນທະເລຢີ່ປຸ່ນໃນວັນເສົາ ໂດຍໄດ້ພົບຮ່າງຂອງຜູ້ເສຍຊີວິດໃນວັນຈັນ ວັນທີ 12 ກັນຍາ ທີ່ຜ່ານມານີ້.

ບໍ່ເທົ່າໃດມື້ກ່ອນໜ້ານັ້ນ ເປໂຊຣິນ ຫາກໍເຂົ້າຮ່ວມປະຊຸມອິສເທິນ ອີໂຄໂນມິກ ຟໍລັ່ມ ໃນເມືອງວະລາດິວອສຕັອກ ຊອງຣັດເຊຍ ໂດຍບໍລິສັດ (ອີອາດີວີ) ໄດ້ຖະແຫຼງການທາງເວັບໄຊ້ວ່າ ການເສຍຊີວິດຂອງ ເປໂຊຣິນ ເປັນການສູນເສຍທີ່ບໍ່ສາມາດແກ້ໄຂໄດ້ ສຳລັບໝູ່ ແລະ ເພື່ອຮ່ວມງານ ຖືເປັນການສູນເສຍຄັ້ງໃຫຍ່ຂອງອົງກອນ.

ຍ້ອນຫຼັງໄປ ໃນວັນທີ 1 ກັນຍາ 2022 ທີ່ຜ່ານມາ ກໍເກີດເຫດ ຣາວິລ ມາການອຟ ອາຍຸ 67 ປີ ປະທານບໍລິສັດນ້ຳມັນລາຍໃຫຍ່ເປັນ ອັນດັບ 2 ຂອງຣັດເຊຍ ເສຍຊີວິດຫຼັງຈາກໄດ້ຕົກຈາກປ່ອງຢ້ຽມ ໃນກຸງມອສໂກ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...