spot_img
Homeຂ່າວທ້ອງຖິ່ນພິທີມອບ-ຮັບຂົວອູ່ຂ້າມນໍ້າແຊງ

ພິທີມອບ-ຮັບຂົວອູ່ຂ້າມນໍ້າແຊງ

Published on

ວັນທີ 12 ກັນຍາ 2022 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ມີພິທີມອບ-ຮັບຂົວອູ່ຂ້າມນໍ້າແຊງ ໂດຍເປັນປະທານຮ່ວມຂອງ ທ່ານ ຊາຍພອນ ຈັນທຸມມາ ເຈົ້າເມືອງວຽງຄໍາ, ທ່ານ ບຼົ່ງຫວ່າງ ວ່າງເຈຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົງສົ່ງແຂວງຫຼວງພະບາງ, ມີທີມງານບໍລິສັດຮັບເໝົາກໍ່ສ້າງ, ທີມງານຂອງແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຕະຫຼອດຮອດອົງການບ້ານເຂດເທດສະບານເມືອງ ເຂົ້າຮ່ວມ.

ພິທີ ທ່ານ ກອງສີ ພິໄລລັກ ປະທານບໍລິສັດ ພິໄລລັກ ຜູ້ຮັບເໝົາກໍ່ສ້າງ ໄດ້ຜ່ານບົດສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງຂົວອູ່ຂ້າມນໍ້າແຊງວ່າ: ໂຄງການກໍ່ສ້າງຂົວອູ່ຂ້າມນໍ້າແຊງຕັ້ງຢູ່ບ້ານວັງເຫິງ, ເມືອງວຽງຄໍາ ມີຄວາມຍາວທັງໝົດ 148,23 ແມັດ; ກວ້າງ 1,5 ແມັດ; ມູນຄ່າການກໍ່ສ້າງທັງໝົດ 2 ຕື້ 599 ລ້ານກວ່າກີບ, ໂດຍເປັນທຶນປຸກລະດົມຈາກຫຼາຍພາກສ່ວນ ໂດຍສະເພາະ ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ປະກອບສ່ວນຊ່ວຍເຫຼືອມູນຄ່າ 500 ລ້ານກີບ, ພະແນກແຜນການ ແລະ ການລົງທຶນແຂວງມູນຄ່າ 500 ລ້ານກີບ ແລະພາກສ່ວນອື່ນຕື່ມອີກ.

ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 10 ມີຖຸນາ 2022 ຫາວັນທີ 08 ກັນຍາ 2022 ຈຶ່ງສໍາເລັດ ລວມໄລຍະເວລາໃນການກໍ່ສ້າງທັງໝົດ 03 ເດືອນ ທຽບກໍານົດເວລາໃນສັນຍາການກໍ່ສ້າງ ສໍາເລັດກ່ອນ 45 ວັນ. ໂອກາດນີ້ ໄດ້ມີການເຊັນບົດບັກທຶກ ມອບ-ຮັບ ໂຄງການກໍ່ສ້າງ; ພາຍຫຼັງສໍາເລັດການກໍ່ສ້າງຂົວອູ່ຂ້າມນ້ຳແຊງ ໄດ້ເຮັດໃຫ້ປະຊາຊົນ, ລວມທັງພະນັກງານຄູ ແລະນັກຮຽນ ໄປມາມີຄວາມສະດວກຍິ່ງຂຶ້ນ.

ຕອນທ້າຍ ທ່ານເຈົ້າເມືອງວຽງຄຳ ໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອ ປະກອບສ່ວນໃນການກໍ່ສ້າງຂົວອູ່ ຈົນໄດ້ຮັບຜົນສໍາເລັດ ພ້ອມທັງມີຄໍາເຫັນຊີ້ນໍາຂະແໜງການທີ່ກ່ຽວຂ້ອງ, ລວມທັງອົງການປົກຄອງບ້ານ ເປັນເຈົ້າການຕິດຕາມ, ເຜີຍແຜ່ກົດລະບຽບການຊົມໃຊ້ ແລະພ້ອມກັນປົກປັກຮັກສາຂົວອູ່ ເພື່ອຊົມໃຊ້ໄດ້ຢ່າງຍາວນານ ຈາກນັ້ນ ຄະນະນຳຂອງແຂວງ-ເມືອງ ແລະຜູ້ເຂົ້າຮ່ວມພິທີ ໄດ້ທ່ຽວຊົມຂົວອູ່ ຕື່ມອີກ.

ຂ່າວ:ຖວທ ເມືອງວຽງຄໍາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...