Homeຂ່າວພາຍ​ໃນລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດ ອິນໂດເນເຊຍ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດ ອິນໂດເນເຊຍ

Published on

ວັນທີ 9 ກັນຍານີ 2022 ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ປຣາຕິໂຕ ຊໍຣາໂຍ (Pratito Soeharyo) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສ ອິນໂດເນເຊຍ ປະຈຳ ສປປ ລາວ.

ທ່ານ ນາງ ສວນສະຫວັນວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ ປຣາຕິໂຕ ຊໍຣາໂຍ ພ້ອມຄະນະ ໃນຄັ້ງນີ້ ເພື່ອຕີລາຄາ ແລະ ທົບທວນຄືນ ການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 65 ປີ ແລະ ການຮ່ວມມືສອງຝ່າຍລະຫວ່າງ ລາວ-ອິນໂດເນເຊຍ ໂດຍສະເພາະໃນຂົງເຂດການຮ່ວມມື ດ້ານວັດທະນະທຳ ແລະ ການທ່ອງທ່ຽວ ໃນລະດັບພາກພື້ນ ແລະ ສາກົນ.

ໂອກາດດັ່ງກ່າວ, ທ່ານ ທູດໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລມຕ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະເໜີ ໃຫ້ມີການຮ່ວມມືດ້ານວັດທະນະທຳ ຂອງສອງປະເທດ ໃຫ້ຫລາຍຂຶ້ນ ແລະ ເຂົ້າຮ່ວມງານເທດສະການອາຫານ, ການສະແດງສິລະປະອິນໂດເນເຊຍ ທີ່ຈະຈັດຂຶ້ນວັນທີ 13-17 ກັນ ຍານີ້ ທີ່ນະຄອນຫລວງວຽງຈັນ. ທ່ານ ທູດ ຍັງສະແດງຄວາມຊົມເຊີຍ ທີ່ ສປປລາວ ໄດ້ເປີດປະເທດໃຫ້ມີການທ່ອງທ່ຽວ ຜ່ານທາງລົດໄຟລາວ-ຈີນ ແລະ ໃນອະນາຄົດ ໃຫ້ມີການເຊື່ອມຕໍ່ທາງລົດ ໄຟ ອິນໂດເນເຊຍ-ລາວ.

ພ້ອມນີ້, ທ່ານ ລັດຖະມົນຕີກະຊວງ ຖວທ ຍັງໄດ້ສະເໜີຕໍ່ທ່ານທູດ ສືບຕໍ່ຊຸກຍູ້ສາຍການບິນລາວ- ອິນໂດເນເຊຍ, ສົ່ງເສີມການທ່ອງທ່ຽວ ແລະ ການລົງທຶນ ແລະ ວຽກງານອື່ນໆຂອງສອງປະເທດໃຫ້ຫລາຍຂຶ້ນໃນອະນາຄົດ.

ແຫຼ່ງຂ່າວຈາກ ປະເທດລາວ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...