Homeຂ່າວຢາເສບຕິດແກ້ໄຂບັນຫາ ໝາກປຸ່ມເປົ້າທີ່ມີແກັສຫົວ ໃນສະຖານທີ່ບັນເທີງ

ແກ້ໄຂບັນຫາ ໝາກປຸ່ມເປົ້າທີ່ມີແກັສຫົວ ໃນສະຖານທີ່ບັນເທີງ

Published on

ໃນໄລຍະຕົ້ນປີ 2022 ມານີ້, ຫມາກປຸມເປົ້າ ຫຼື ແກັສຫົວ ຫຼື ເອີ້ນອີກຢ່າງ ກໍຄື ປຸມເປົ້າທີ່ມີທາດນາຍ ໂຕຣອ໋ອກຊາຍ ກາຍເປັນສິ່ງທີ່ນິຍົມຂອງນັກທ່ອງທ່ຽວ ໂດຍສະເພາະໄວຫນຸ່ມໃນຍາມກາງຄືນ, ເຊິ່ງຈະມັກ ພົບເຫັນຢູ່ຕາມທຸລະກິດບັນເທີງ ເຊັ່ນ: ຮ້ານອາຫານ, ຮ້ານກິນດື່ມ, ພັບ ແລະ ບາຕ່າງໆໃນຂອບເຂດທົ່ວ ປະເທດ; ເຊິ່ງທຸລະກິດເຫຼົ່ານັ້ນ ໄດ້ຂາຍຫມາກປຸມເປົ້າທີ່ບັນຈຸແກັສຫົວນີ້ຢ່າງແຜ່ຫຼາຍ ແລະ ຂາຍແບບ ເປີດເຜີຍ ໂດຍທຸກຄົນທີ່ເຂົ້າໄປໃຊ້ບໍລິການຮ້ານດັ່ງກ່າວ ແມ່ນສາມາດເຂົ້າເຖິງໄດ້ແບບງ່າຍດາຍ.

 

ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກ

 

ະຊວງ ປກສ ກ່າວຕໍ່ກອງປະຊຸມ – ສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນທ້າຍເດືອນມິຖຸນາ 2022 ຜ່ານມາ ວ່າ:

ຫຼາຍແຂວງສະເຫນີມາວ່າ ປັດຈຸບັນ ມີຢາເສບຕິດຊະນິດໃຫມ່ເຂົ້າມາລະບາດຢູ່ປະເທດເຮົາ ໂດຍເຮັດ ເປັນຮູບແບບກາເຟ, ເຮັດເປັນຫມາກປຸມເປົ້າ, ເຮັດເປັນແນວສູບດົມ ແລະອື່ນໆ; ເຊິ່ງຢາເສບຕິດຈໍາພວກນີ້ ມັກພົບເຫັນຢູ່ສະຖານທີ່ບັນເທີງ ແລະ ຮ້ານກິນດື່ມຕ່າງໆ.
່ ສະຖານທີ່ດັ່ງກ່າວນີ້ ຍອມຮັບວ່າ ເຈົ້າຫນ້າທີ່ພວກເຮົາ ແມ່ນຄວບຄຸມໄດ້ຍາກຫຼາຍ ແລະ ບໍ່ຮູ້ວ່າພວກ ເຂົານໍາມາແຕ່ໃສ ແຖມຍັງມົ້ວສຸມສິ່ງເສບຕິດທຸກປະເພດ; ເພາະໄລຍະຜ່ານມາ ເຈົ້າຫນ້າທີ່ພວກເຮົາ ໄດ້ ເອົາໃຈໃສ່ໃນການຕິດຕາມກວດກາຢູ່ຕາມສະຖານທີ່ບັນເທີງ, ຮ້ານກິນດື່ມຕ່າງໆ ແລະ ພົບເຫັນການມົ້ວ ສຸມສິ່ງເສບຕິດປະເພດດັ່ງກ່າວນີ້ຫຼາຍລາຍການ.
ດັ່ງນັ້ນ, ເມື່ອເຈົ້າຫນ້າທີ່ພວກເຮົາ ພົບເຫັນບໍ່ວ່າຈະຢູ່ແຫ່ງຫົນໃດກໍຕາມ ພວກເຮົາກໍຈະແກ້ໄຂຢ່າງ ວ່ອງໄວ ແລະ ທັນການ; ສ່ວນການກໍານົດເວລາເປີດ-ປິດ ແມ່ນອົງການຫນຶ່ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງ ປະຕິບັດ ແລະ ເຈົ້າຫນ້າທີ່ພວກເຮົາ ແມ່ນເຮັດຫນ້າທີ່ໃນການກວດກາ ແລະ ແກ້ໄຂການມົ້ວສຸມສິ່ງເສບຕິດ; ປັດຈຸບັນ, ກະຊວງ ປກສ ກໍາລັງຄົ້ນຄວ້າປຶກສາຫາລືກັນ ແລະ ວາງແຜນການຢ່າງລະອຽດ ເພື່ອແກ້ໄຂບັນ ຫາມົ້ວສຸມສິ່ງເສບຕິດຢູ່ສະຖານບັນເທີງ, ຮ້ານກິນດື່ມຕ່າງໆ ໃນຂອບເຂດທົ່ວປະເທດ ໃຫ້ຄ່ອຍໆຫມົດໄປ ເທື່ອລະກ້າວ.

ແນວໃດກໍຕາມ, ບັນຫາຢາເສບຕິດຊະນິດໃຫມ່ ທີ່ເຂົ້າມາລະບາດຢູ່ປະເທດເຮົາໃນຫຼາຍຮູບແບບ ໂດຍ ສະເພາະແມ່ນຫມາກປຸມເປົ້າ ເປັນສິ່ງເສບຕິດທີ່ມີທາດນາຍໂຕຣອັອກຊາຍ ມີຜົນໃນການກົດລະບົບປະສາດ ສ່ວນກາງ, ເຊິ່ງແກັສຊະນິດນີ້ ຈະໄປສະກັດກັ້ນການເຮັດວຽກຂອງສະຫມອງ ລວມໄປເຖິງລະບົບຫາຍໃຈ ແລະ ການເຕັ້ນຂອງຫົວໃຈ; ສະນັ້ນ, ທຸກຄົນໃນສັງຄົມ ບໍ່ຄວນນໍາເອົາຫມາກປຸມເປົ້າທີ່ມີທາດນາຍ ໂຕຣອັອກຊາຍ ມາສູບດົມ ເພາະຫາກທ່ານສູບດົມເຂົ້າໄປໃນຮ່າງກາຍຫຼາຍເທົ່າໄດ້ ແລະ ເກີນຂະຫນາດ ທ່ານອາດເຖິງຂັ້ນເສຍຊີວິດໄດ້.

ຄໍາຖາມທີ່ຫຼາຍຄົນຢາກຮູ້ວ່າການສູບຫມາກປຸມເປົ້າດັ່ງກ່າວນີ້ ມີຄວາມປອດໄພ ຫຼື ບໍ?
ທາດນາຍໂຕຣອ໋ອກຊາຍ ຫຼື ແກັສ, ໂດຍທາດຊະນິດນີ້ແມ່ນສານເຄມີທີ່ມີຊື່ວ່າ: ອັອກຊາຍ. ມັນເປັນແກັສທີ່ບໍ່ມີສີ, ບໍ່ມີກິ່ນ ແລະ ບໍ່ໄວໄຟ, ຈັດຢູ່ໃນກຸ່ມສານລະເຫີຍ, ມີຜົນໃນການກົດລະບົບປະສາດສ່ວນກາງ, ເຊິ່ງຫມາຍຄວາມວ່າ ແກັສຊະນິດນີ້ ຈະໄປສະກັດກັ້ນການເຮັດວຽກຂອງສະຫມອງ ລວມໄປເຖິງລະບົບຫາຍໃຈ ແລະ ການເຕັ້ນ ຂອງຫົວໃຈ, ໂດຍປົກກະຕິແລ້ວຈະຖືກນໍາມາໃຊ້ທາງການແພດ ເຊັ່ນ: ການປົວແຂ້ວ ຫຼື ຜ່າຕັດລະງັບ ຄວາມຮູ້ສຶກ ເຊິ່ງຈະເຮັດໃຫ້ຄົນເຈັບຜ່ອນຄາຍໃນລະຫວ່າງການປິ່ນປົວພາຍໃຕ້ການຄວບຄຸມຂອງແພດຫມໍ ເທົ່ານັ້ນ; ນອກຈາກນີ້, ຍັງໃຊ້ກັບກະປ່ອງວິສຄີມ ຫຼື ບັນຈຸໃນຖົງລົມນິລະໄພ ແຕ່ຕ້ອງຄວບຄຸມນໍາໃຊ້ໃນ ປະລິມານທີ່ຖືກຕ້ອງ ແລະ ບໍ່ເກີນຂະຫນາດ.

ການນໍາເອົາອັອກຊາຍມາໃຊ້ໃນທາງທີ່ຜິດ ດ້ວຍການເອົາມາເສບ ຫຼື ສູບດົມເຂົ້າທາງປາກ-ດົງໂດຍ ກົງ ເພື່ອສ້າງຄວາມບັນເທີງນັ້ນ ມີຜົນຂ້າງຄຽງຫຼາຍຢ່າງ ເຊັ່ນ: ການສູບດົມແກ້ສຫົວນາຍໂຕຣອ໋ອກຊາຍ ຈະເຮັດໃຫ້ເກີດຄວາມມືນເມົງ ແລະ ມີຄວາມສຸກແບບໄວວາ, ເກີດຄວາມຮູ້ສຶກລ່ອງລອຍເພີຝັນມ່ວນຊື່ນ, ມີຄວາມຮູ້ສຶກຕື່ນເຕັ້ນ, ຍິ້ມ, ຫົວ ແລະ ມີອາການມຶນຊາ; ຫາກສູບດົມໃນປະລິມານຫຼາຍເກີນຂະຫນາດ ອາດຈະເຮັດໃຫ້ຄວາມດັນເລືອດຫຼຸດລົງ ແລະ ຫົວໃຈວາຍ, ຮ້າຍແຮງໄປກວ່ານັ້ນ ອາດເປັນອັນຕະລາຍເຖິງ ຊີວິດໄດ້ ເນື່ອງຈາກບາງຄັ້ງອາດເຮັດໃຫ້ອັອກຊີເຈນບໍ່ພຽງພໍ ໃນຂະນະສູບດົມ ເຊິ່ງເອີ້ນກັນວ່າ ພາວະຂາດ ອັອກຊີເຈນ ຫຼື ພາວະທີ່ຮ່າງກາຍມີລະດັບອັອກຊີເຈນຕໍ່າກວ່າມາດຕະຖານ.

ຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...