Homeຂ່າວກິລາຈີນ ແລະ ຍີ່ປຸ່ນ ຄອງແຊ໋ມປະເພດທີມຊາຍ-ຍິງ ຢູ-15 ປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ

ຈີນ ແລະ ຍີ່ປຸ່ນ ຄອງແຊ໋ມປະເພດທີມຊາຍ-ຍິງ ຢູ-15 ປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ

Published on

ນັກກິລາປິ່ງປ່ອງເຍົາວະຊົນຈາກ ສປ ຈີນ ແລະ ຍີ່ປຸ່ນ ສອງຊາດລະດັບແຖວໜ້າດ້ານກິລາປິ່ງປ່ອງຂອງທະວີບອາຊີ ແລະ ໂລກ ສາມາດຄວ້າແຊ໋ມປະເພດທີມຊາຍ ແລະ ທີມຍິງ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ໃນການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ ໄປຄອງໄດ້ສຳເລັດ.

ພິທີມອບ-ຮັບຫຼຽນຊະນະເລີດໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 3 ກັນຍາ 2022 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ມີຕາງໜ້າສະຫະພັນປິ່ງປ່ອງອາຊີ, ສະຫະພັນປິ່ງປ່ອງແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ໄດ້ຮັບຫຼຽນເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນຈະມີພິທີມອບ-ຮັບຫຼຽນຢ່າງເປັນທາງການ ກໍໄດ້ມີການແຂ່ງຂັນປິ່ງປ່ອງປະເພດທີມຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ລະຫວ່າງ ສປ ຈີນ ແຊ໋ມເກົ່າ ພົບກັບ ໄຊນີດ ໄທເປ. ຜ່ານການແຂ່ງຂັນຜົນປະກົດວ່າ ເປັນຝ່າຍ ສປ ຈີນ ແຊ໋ມເກົ່າທີ່ຫຼິ້ນໄດ້ດີກວ່າຢ່າງຊັດເຈນ ເອົາຊະນະ ໄຊນີດ ໄທເປ ໄປໄດ້ແບບຂາດຮອຍ 3-0 ຄູ່ ປ້ອງກັນແຊ໋ມໄດ້ສຳເລັດ ແລະ ເປັນແຊ໋ມສະໄໝທີ 4 ຕິດຕໍ່ກັນ ຂະນະທີ່ ອັນດັບທີ 3 ຮ່ວມຕົກເປັນຂອງ ຍີ່ປຸ່ນ ແລະ ອີຣານ.

ສ່ວນຮອບຊີງຊະນະເລີດປະເພດທີມຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ຍີ່ປຸ່ນ ໂຊຟອມເກັ່ງເອົາຊະນະ ໄຊນີດ ໄທເປ 3-0 ຄູ່ ຄວ້າແຊ໋ມໄປຄອງເປັນຄັ້ງທຳອິດໃນຮອບ 8 ປີ ຕໍ່ຈາກປີ 2014. ຂະນະທີ່ອັນດັບທີ 3 ຮ່ວມຕົກເປັນຂອງ ສປ ຈີນ ແຊ໋ມເກົ່າ ແລະ ສາທາະລະນະລັດເກົາຫຼີ ຫຼື ສ.ເກົາຫຼີ.

ລາຍການດັ່ງກ່າວ ຈັດຂຶ້ນລະຫວ່າງວັນທີ 1-6 ກັນຍາ 2022 ທີ່ສປປ ລາວ, ຊຶ່ງນັກກິລາທີ່ໄດ້ແຊ໋ມ ແລະ ຮອງແຊ໋ມ ປະເພດດ່ຽວຍິງ-ຊາຍ U15 ແລະ U19 ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊີງແຊ໋ມໂລກ 2022 (World Youth 2022).

ພາບ-ຂ່າວ: ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...