spot_img
Homeຂ່າວພາຍ​ໃນປກສ ກຸ່ມສີຖານເໜືອ ຈັບຜູ້ຖືກສົງໄສຄ້າຂາຍຢາເສບຕິດ 1 ຄົນ ພ້ອມຂອງກາງຢາບ້າ 1.111 ເມັດ

ປກສ ກຸ່ມສີຖານເໜືອ ຈັບຜູ້ຖືກສົງໄສຄ້າຂາຍຢາເສບຕິດ 1 ຄົນ ພ້ອມຂອງກາງຢາບ້າ 1.111 ເມັດ

Published on

ພັທ ຄໍາເຕ ທັກຂິນ ຮອງຫົວໜ້າ ປກສ ກຸ່ມສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 31 ສິງຫາ 2022, ຈັບຕົວຜູ້ຖືກສົງໄສ ຄ້າຂາຍຢາເສບຕິດ 1 ຄົນ ຊື່ທ້າວ ພອນສະຫວັດ ອາຍຸ 39 ປີ ຫວ່າງງານ ຢູ່ບ້ານ ຫ້ວຍເຕີຍ ເມືອງໄຊທານີ ພ້ອມຂອງກາງຢາບ້າ 1.111 ເມັດ ມາດໍາເນີນຄະດີ.

ຜ່ານການສອບສວນເບື້ອງຕົ້ນ ຮັບສາລະພາບວ່າ: ຢາບ້າ ເຈົ້າໜ້າທີ່ກວດພົບເວລາເຂົ້າຈັບກຸມ ແມ່ນຂອງຜູ້ກ່ຽວ ເຊິ່ງຕົນເອງ ໄດ້ລັກມາແຕ່ເຮືອນພັກແຫ່ງໜຶ່ງ ຢູ່ເຂດບ້ານດອນແດງ ເມືອງຈັນທະບູລີ ພາຍຫຼັງລັກມາແລ້ວ ພໍຮອດວັນທີ 28 ສິງຫາ 2022, ຕົນເອງໄດ້ໄປຮ້ານອິນເຕີເນັດກາເຟ ເຂດບ້ານຫ້ວຍຫົງ ແລະ ບ້ານໜອງທາ ເພື່ອເອົາຢາບ້າໄປຂາຍໃຫ້ກຸ່ມທີ່ຕ້ອງການ, ຕົກມາຮອດວັນທີ 31 ສິງຫາ 2022 ກໍ່ຖືກເຈົ້າໜ້າທີ່ຈັບຕົວ ພ້ອມຂອງກາງຢາບ້າ 1.111 ເມັດ.

ປັດຈຸບັນ, ປກສ ກຸ່ມສີຖານເໜືອ ໄດ້ນໍາສົ່ງຜູ້ກ່ຽວ ໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການ ມາດໍາເນີນຄະດີຕາມຂັ້ນຕອນກົດໝາຍ.

ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...