spot_img
Homeຂ່າວອຸບັດຕິເຫດປະທານບໍລິສັດນ້ຳມັນຣັດເຊຍ ເສຍຊີວິດແລ້ວ

ປະທານບໍລິສັດນ້ຳມັນຣັດເຊຍ ເສຍຊີວິດແລ້ວ

Published on

ປະທານບໍລິສັດນ້ຳມັນຣັດເຊຍເສຍຊີວິດ ຍ້ອນຕົກຈາກປ່ອງຢ້ຽມຢູ່ຊັ້ນທີ 6 ຂອງໂຮງໝໍແຫ່ງໜຶ່ງ.
ວັນ​ທີ 1 ກັນຍາ​ນີ້, BBC ​ໄດ້​ລາຍ​ງານ​ວ່າ, ທ່ານ Ravil Maganov ທ່ນ ລາວິວ ມາການອຟ, ອາຍຸ 67 ປີ, ປະທານ​ຄະນະ​ກຳມະການ​ບໍລິສັດ​ນ້ຳມັນ​ຍັກ​ໃຫຍ່ Lukoil ຂອງ​ລັດ​ເຊຍ, ​ໄດ້​ເສຍ​ຊີວິດ​ພາຍຫຼັງ​ຕົກ​ຈາກ​ປ່ອງຢ້ຽມ​ຂອງ​ໂຮງໝໍ​ສູນ​ກາງ​ມົສກູ, ເຊິ່ງເປັນບ່ອນ​ທີ່​ທ່ານ Maganov ພວມ​ຟື້ນ​ຟູ. ນັບເປັນຜູ້ບໍລິຫານທຸລະກິດລະດັບສູງຫຼ້າສຸດຂອງຣັດເຊຍ. ເປັນການເສຍຊີວິດທີ່ລຶກລັບ.

ຂະນະທີ່ບໍລິສັດນ້ຳມັນຍັກໃຫຍ່ລຸກອອຍ ຍືນຍັນການເສຍຊີວິດຂອງ ທ່ານ ມາການອຟ ແຕ່ລະບຸພຽງວ່າ ທ່ານມາການອຟ ເສຍຊີວິດ ຍ້ອນອາການເຈັບປ່ວຍຮຸນແຮງ ບໍ່ໄດ້ລະບຸຈາກການຕົກຈາກຕຶກທີ່ສູງ, ພ້ອມດຽວກັນຍັງຍ້ອງຍໍຄວາມສາມາດດ້ານການບໍລິຫານ ທີ່ສາມາດພັດທະນາເຮັດໃຫ້ບໍລິສັດ ລຸກອອຍ ສາມາດເປັນບໍລິສັດພະລັງງານລາຍໃຫຍ່ທີ່ສຸດໃນໂລກ.

ແຫຼ່ງຂໍ້ມູນ: BBC

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...