spot_img
Homeຂ່າວຕ່າງປະເທດອະດີດຜູ້ນຳຂອງຣັດເຊຍໄດ້ເສຍຊີວິດແລ້ວຫຼັງຈາກທີ່ມີອາການປ່ວຍໜັກເປັນເວລາດົນ

ອະດີດຜູ້ນຳຂອງຣັດເຊຍໄດ້ເສຍຊີວິດແລ້ວຫຼັງຈາກທີ່ມີອາການປ່ວຍໜັກເປັນເວລາດົນ

Published on

ອະດີດຜູ້ນຳຂອງຣັດເຊຍ ມິຄາອິລ ໂກບາຊອຟ ໄດ້ເສຍຊີວິດແລ້ວຫຼັງຈາກທີ່ມີອາການປ່ວຍໜັກເປັນເວລາດົນ.

ພາບທ່ານ ມິຄາອິລ ໂກບາຊອຟ ໃນວັນທີ 14 ມີນາ 1991

ສື່ຂ່າວທາງການຂອງຣັດເຊຍ ໄດ້ລາຍງານວ່າ: ອະດີດປະທານາທິບໍດີຂອງຣັດເຊຍ ມິຄາອິລ ໂກບາຊອຟ ຜູ້ນຳຄົນສຸດທ້າຍຂອງສະຫະພາບໂຊວຽດ ທີ່ມີບົດບາດສຳຄັນໃນການຢຸດຕິສົງຄາມເຢັນ ໄດ້ເສຍຊີວິດລົງແລ້ວ ໃນວັນທີ 30 ສິງຫາ 2022 ຈາກອາການປ່ວຍເຮື້ອຮັງ ທີ່ໂຮງໝໍເຊັນທັນມອສໂກຄຣິນິຄັລ.

ທ່ານ ໂກບາຊອຟ ອາຍຸ 91 ປີ ນັບເປັນນັກການເມືອງທີ່ໄດ້ຮັບສຽງຊື່ນຊົມຈາກທາງຕະເວັນຕົກເປັນຢ່າງຫຼາຍ ຈາກການເປັນຜູ້ນຳທີ່ກ້າວໜ້າ ແລະ ເປີດກວ້າງໃນການເຈລະຈາເພື່ອສັນຕິ ຈົນເຖິງຂັ້ນໄດ້ຮັບລາງວັນໂນເບວ ສາຂາສັນຕິພາບໃນປີ 1990 ຂະນະທີ່ປະຊາຊົນຣັດເຊຍບາງສ່ວນອາດຮູ້ສຶກຕ່າງອອກໄປ ເນື່ອງຈາກວ່າຄົນກຸ່ມນັ້ນເບິ່ງວ່າ ລາວເປັນຄົນທີ່ເຮັດໃຫ້ໂຊວຽດລົ່ມສະຫຼາຍ.

ຫຼັງຈາກມີການລາຍງານອອກມາ ຜູ້ນຳທົ່ວໂລກຕ່າງກໍ່ອອກມາສະແດງຄວາມໄວ້ອາໄລຕໍ່ການຈາກໄປຂອງອະດີດຜູ້ນຳໂຊວຽດ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...