spot_img
Homeຂ່າວພາຍ​ໃນຈັບຕົວເປົ້າຫມາຍລັກຊັບພົນລະເມືອງໄດ້ 2 ຄົນຢູ່ຫຼວງນ້ຳທາ-ອຸດົມໄຊ

ຈັບຕົວເປົ້າຫມາຍລັກຊັບພົນລະເມືອງໄດ້ 2 ຄົນຢູ່ຫຼວງນ້ຳທາ-ອຸດົມໄຊ

Published on

ຫ້ອງການ ປກສ ກຸ່ມບ້ານນາເຕີຍ ເມືອງ ແລະ ແຂວງຫຼວງນໍ້າທາ ສາມາດຈັບຕົວເປົ້າຫມາຍລັກຊັບ ພົນລະເມືອງ ໄດ້ 2 ຄົນ, ເຄື່ອນໄຫວລັກລົດຈັກຢູ່ຫຼາຍບ້ານຂອງເມືອງ ແລະ ແຂວງຫຼວງນ້ຳທາ ແລະ ເມືອງ ນາຫມໍ້ ແຂວງອຸດົມໄຊ ໃນຕົ້ນເດືອນກໍລະກົດຜ່ານມານີ້.

ຜູ້ຖືກຫາທັງ 2 ຊື່ ທ້າວ ບຸນສິງ ອາຍຸ 23 ປີ ຢູ່ບ້ານບວມພຽງ ເມືອງ ແລະ ແຂວງຫຼວງນໍ້າທາ ແລະ ທ້າວ ຮຽງ ອາຍຸ 40 ປີ ຢູ່ບ້ານນາຫມໍ້ໃຕ້ ເມືອງນາຫມໍ້ ແຂວງອຸດົມໄຊ ພ້ອມຂອງກາງລົດຈັກ 1 ຄັນ.

ຜ່ານການສອບສວນ ທັງສອງຮັບສາລະພາບວ່າ: ຜ່ານມາໄດ້ເຄື່ອນໄຫວລັກຊັບພົນລະເມືອງປະເພດ ລົດຈັກມາແລ້ວຫຼາຍຄັ້ງ. ໃນນັ້ນ, ໄດ້ລັກຢູ່ເຂດບ້ານຫ້ວຍຊ່າງ ເມືອງນາຫມໍ້ ແຂວງອຸດົມໄຊ, ເຂດບ້ານຕາວານ, ບ້ານຈະເລີນສຸກ, ບ້ານນ້ຳແດງກາງ, ໂຮງງານຢາສູບເຂດບ້ານບໍ່ປຽດ ເມືອງ ແລະ ແຂວງຫຼວງນໍ້າທາ. ພາຍຫຼັງລັກໄດ້ແລ້ວກໍນໍາໄປເລາະຂາຍໃຫ້ບັນດາຮ້ານສ້ອມແປງລົດ ແລະ ຄົນທີ່ຮູ້ຈັກ ໄດ້ເງິນມາກໍນໍາໄປ ໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນຫມົດ.

ຄະດີດັ່ງກ່າວນີ້, ເຈົ້າຫນ້າທີ່ຕໍາຫຼວດ ປກສ ເມືອງຫຼວງນໍ້າທາ ສາມາດເກັບກູ້ລົດຈັກທີ່ ທ້າວ ບຸນສິງ ແລະ ທ້າວ ຮຽງ ລັກໄປຂາຍນັ້ນໄດ້ຄືນ ທັງຫມົດ 6 ຄັນ.

ປັດຈຸບັນ, ເຈົ້າຫນ້າທີ່ກໍາລັງເລັ່ງຕິດຕາມຈັບຜູ້ທີ່ຖືກຊັດທອດທີ່ຮ່ວມຂະບວນການດຽວກັນ ມາດໍາເນີນຄະດີຕາມກົດຫມາຍ.

ແຫຼ່ງຂໍ້ມູນຈາກ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...