spot_img
Homeຂ່າວພາຍ​ໃນຊົນລະປະທານ​ ວາງແຜນ​ສະໜອງ​ນ້ຳ ​ໃຫ້​​ເນື້ອທີ່​ການ​ຜະລິດ 5 ​ແສນ​ກວ່າ​​ເຮັກ​ຕາ!

ຊົນລະປະທານ​ ວາງແຜນ​ສະໜອງ​ນ້ຳ ​ໃຫ້​​ເນື້ອທີ່​ການ​ຜະລິດ 5 ​ແສນ​ກວ່າ​​ເຮັກ​ຕາ!

Published on

lao10

 

ກົມ​ຊົນລະປະທານ ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ມີ​​ແຜນ​ສະໜອງ​ນ້ຳ​ໃຫ້​ແກ່​ການ​ຜະລິດ ​ສົກ​ປີ 2014-2015 ​ໃຫ້​ໄດ້

580.000 ກວ່າ​ເຮັກຕາ ​ໃນ​ນັ້ນສະໜອງ​ນ້ຳ​ໃນ​ການ​ລະດູ​ແລ້ງ 180.000 ກວ່າ​ເຮັກຕາ ​ແລະ ລະດູຝົນ 400.000

​ເຮັກຕາ ​ແລະ ​ໃນສົກ​ປີ 2015-2016 ​ຈະ​ສະໜອງ ​ນ້ຳ​ໃນ​ເນື້ອທີ່​ການ​ຜະລິດ​ລະດູ​ແລ້ງ ໃຫ້​ໄດ້ 300.000 ​ເຮັກຕາ ທັງ​

ນີ້ ກໍ​ເພື່ອ​ຮັບປະກັນການ​ບັນລຸ​​ເປົ້າ​ໝາຍ​ຈະ​ຜະລິດ​ເຂົ້າ​ໃຫ້​ໄດ້ 4,2 ລ້ານ​ໂຕນ ​ໃນ​ປີ 2015 ​ເພື່ອ​ຄ້ຳປະກັນ​ດ້ານ​ສະ

ບຽງອາຫານ​ຂອງ​ຊາດ, ທັງ​ເປັນ​ສ່ວນ​ແຮ​ໄວ້ ​ແລະ ​ເປັນ​ສິນຄ້າ​ເພື່ອ​ສົ່ງ​ຂາຍທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ທ່ານ ​ໄມ​ກອງ ພອນ​ພົມມະ​ວົງ ຫົວໜ້າ​ກົມ​ຊົນລະປະທານ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ

​ຊົນ ​ເມື່ອ​ບໍ່​ດົນ​ນີ້ວ່າ: ​ປັດຈຸບັນ ທົ່ວ​ປະ​ເທດ​ມີ​ລະບົບ​ຊົນລະປະທານ​ທັງ​ໝົດ 20.000 ກວ່າ​ໂຄງການ ​ແລະ ສາມາດ​

ສະໜອງ​ນ້ຳ​ໄດ້ 345.700 ກວ່າ​ເຮັກຕາ, ​ໃນ​ນັ້ນ ​ໄດ້ແຍ​ກອອກ​ເປັນ 7 ປະ​ເພດຄື: ປະ​ເພດ​ອ່າງ​ເກັບ​ນ້ຳ ມີ 466 ​ໂຄງ

ການ,ສະໜອງ​ນ້ຳ​ໃນ​ເນື້ອທີ່ 39.891 ​ເຮັກຕາ; ຝ່າຍ​ນ້ຳ​ລົ້ນ 2.216 ​ໂຄງການ, ສະໜອງ​ນ້ຳ​ໃນ​ເນື້ອທີ່ 75.740 ​ເຮັກ

ຕາ; ຝ່າຍ​ກວຍຫີນ 2.216 ​ໂຄງການ, ສະໜອງ​ນ້ຳ​ໃນ​ເນື້ອທີ່ 75.740 ​ເຮັກຕາ; ປະຕູ​ເອົາ​ນ້ຳ 446 ​ໂຄງການ, ສະ

ໜອງ​ນ້ຳ​ໃນ​ເນື້ອທີ່ 14.000 ກວ່າ​ເຮັກຕາ; ຈັກສູບນ້ຳ ມີ 513 ​ໂຄງການ, ສະໜອງ​ນ້ຳ​ໃນ​ເນື້ອທີ່ 85.000 ກວ່າ​ເຮັກ

ຕາ; ຈັກສູບນ້ຳຂະໜາດ​ນ້ອຍ 1.297 ​ໂຄງການ, ສະໜອງ​ນ້ຳ​ໃນ​ເນື້ອທີ່ 1.755 ​ເຮັກ​ຕາ ​ແລະ ຝ່າຍ​ປະຖົມ​ປະ​ຖານ

12.894 ​ໂຄງການ, ສະໜອງ​ນ້ຳ​ໃນ​ເນື້ອທີ່ 53.462 ​ເຮັກຕາ ທ່ານ ​ໄມ​ກອງ ພອນ​ພົມມະ​ວົງ ຍັງ​ໃຫ້​ຮູ້​ອີກ​ວ່າ: ເພື່ອ

ຮັບປະກັນ​ການ​ສະໜອງ​ນ້ຳ​ຢ່າງ​ພຽງພໍ​ໃຫ້​ແກ່​ກະ​ສິກ​ອນ​ ໃນ​ຂອງ​ເຂດ​ທົ່ວ​ປະ​ເທດ ກົມ​ຊົນລະປະທານ​ມີ​ແຜນ​ຂະ

ຫຍາຍ​ໂຄງການ​ຊົນລະປະທານ ​ໃນ​ໄລຍະ​ປີ 2016-2020 ​ໂດຍ​ປະຕິບັດ​ຕາມ​ແຜນ​ບູລິ​ມະ​ສິດ​ຂອງ​ລັດຖະບານ ​ລວມ

ມີ 15 ​ໂຄງການ ​ເຊິ່ງສ່ວນ​ຫລາຍ​ແມ່ນ​ໂຄງການ​ນ້ຳ​ໄຫລ​ແຮງ ​ໂດຍ​ບໍ່​ໄດ້​ໃຊ້​ຈັກສູບນ້ຳ ທັງ​ນີ້ ກໍ​ເພື່ອ​ແນ​ໃສ່​ປະຢັດ​

ແຮງ​ງານ, ປະຢັດ​ຕົ້ນ​ທຶນ​ການ​ຜະລິດ ຖ້າ​ໂຄງການ​ດັ່ງກ່າວ​ ສຳ​ເລັດ​ຈະ​ສາມາດ​ສະໜອງ​ນ້ຳ​​ໃຫ້ເນື້ອທີ່​ການ​ຜະລິດ​

ຕື່ມອີກ​ປະມານ 29.000 ກວ່າ​ເຮັກຕາ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...