Homeຂ່າວນໍ້າຖ້ວມ5 ແຂວງພາກເໜືອທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

5 ແຂວງພາກເໜືອທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

Published on

ຫຼັງຈາກສະຖານະການມີຝົນຕົກໜັກໃນອາທິດທີ່ຜ່ານມາຕິດຕໍ່ກັນ, ຈຶ່ງເຮັດໃຫ້ນໍ້າມີລະດັບປະລິມານສູງຂຶ້ນ ພ້ອມທັງເກີດມີນໍ້າປ່າໄຫຼສຸແຮງ ເຮັດໃຫ້ເກີດມີນໍ້າອັ່ງຖ້ວມຖະໜົນຫົນທາງ ແລະ ຖ້ວມບ້ານປະຊາຊົນເຊິ່ງໄດ້ຮັບຜົນກະທົບ, ໂດຍສະເພາະ 5 ແຂວງ ພາກເໜືອມີດັ່ງນີ້:

ບ້ານ ຫ້ວຍປີດ, ບ້ານນາຄ້າງ ເມືອງຊຽງຄໍ້ ແຂວງຫົວພັນ ໃນລະຫວ່າງວັນທີ 25-26 ສິງຫາ 2022

ບ້ານ ຫົວນໍ້າຄາລື້, ບ້ານປຸງຫີນ, ບ້ານຈ່າກໍ, ບ້ານຖໍ້າພະບາດ ແລະ ບ້ານລອງພະບາດ ເມືອງເມິງ ແຂວງບໍ່ແກ້ວ ໃນວັນທີ 26 ສິງຫາ 2022

ເມືອງນ້ຳບາກ, ແຂວງຫລວງພະບາງ ໃນລະຫວ່າງວັນທີ 25-27 ສິງຫາ 2022

ບ້ານ ກໍນ້ອຍ ເມືອງໄຊ, ເມືອງຫລາ ແຂວງອຸດົມໄຊ ໃນວັນທີ 26 ສິງຫາ 2022

ບ້ານ ລາດຊາງ, ບ້ານສິນໄຊ ແລະ ບ້ານຫາດນາງ, ບ້ານບວມພັນ ເມືອງຂວາ ແຂວງຜົ້ງສາລີ ໃນລະຫວ່າງວັນທີ 26-28 ສິງຫາ 2022.

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...