spot_img
Homeຂ່າວພາຍ​ໃນວາງສີລາລຶກ ກໍ່ສ້າງວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ

ວາງສີລາລຶກ ກໍ່ສ້າງວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ

Published on

ໃນວັນທີ 25 ສິງຫາ 2022 ນີ້, ສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດ ນາມ ໄດ້ຈັດຕັ້ງພິທີວາງສີລາລຶກ ເພື່ອດຳເນີນການກໍ່ສ້າງວິທະຍາຄານການເມືອງ ປ້ອງກັນຄວາມສະ ຫງົບ ປະຊາຊົນລາວ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ. ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ສະຫາຍ ພົອ ໂຕ ເລິມ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສສ ຫວຽດນາມ, ມີຄະນະນໍາຂັ້ນສູງ, ພະນັກງານກ່ຽວຂ້ອງ ຂອງສອງກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

ໂຄງການກໍ່ສ້າງ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ປະຊາຊົນລາວ ມີເນື້ອທີ່ທັງໝົດ 6,5 ເຮັກຕາ, ລວມມູນຄ່າການກໍ່ສ້າງທັງໝົດ 250 ຕື້ດົງ ໂດຍໄດ້ຮັບການຊ່ວຍເຫລືອຈາກລັດ ຖະບານຫວຽດນາມ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ແລະ ທຶນສົມທົບຈາກລັດຖະບານລາວ.

ໂອກາດດັ່ງກ່າວ, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ລາຍງານໃຫ້ຮູ້ວ່າ:ເຫດຜົນໃນການສະເໜີກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ແມ່ນອີງໃສ່ສະພາບຄວາມຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ມາດຖານເງື່ອນໄຂຂອງພະນັກງານຂັ້ນນຳພາ-ບັນຊາ ໃນປັດຈຸບັນ ແລະ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ໃນກໍາລັງປ້ອງກັນຄວາມສະ ຫງົບ ໃຫ້ສູງຂຶ້ນກວ່າເກົ່າ. ກະຊວງປ້ອງກັນຄວາມສະຫງົບ ເຫັນວ່າ: ຕ້ອງໄດ້ຍົກລະດັບໂຮງຮຽນແຫ່ງນີ້ ເປັນວິທະຍາຄານທິດສະດີການເມືອງປ້ອງກັນຄວາມສະຫງົບ, ທຽບໃສ່ສະພາບຂອງພື້ນທີ່ໃນປັດຈຸບັນແມ່ນຄັບແຄບ, ພື້ນທີ່ຕໍ່າບໍ່ມີທິດຂະຫຍາຍ, ສະພາບຂອງອາຄານຮຽນ, ຫໍພັກນັກສຶກສາເກົ່າແກ່ຊຸດໂຊມ, ສະພາບຫ້ອງຮຽນ, ອາຄານຮຽນ ແລະ ຈຳນວນນັກສຶກສາໃນປັດຈຸບັນ ເຫັນວ່າບໍ່ພຽງພໍ. ສະນັ້ນ ເພື່ອເປັນການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ຂອງກຳລັງປ້ອງກັນຄວາມສະ ຫງົບ ໃຫ້ສູງຂຶ້ນໃນສະເພາະໜ້າ ແລະ ຍາວນານ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ຍົກລະດັບ ເປັນວິທະ ຍາຄານການເມືອງປ້ອງກັນຄວາມສະຫງົບ.

ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າໂຄງການກໍ່ສ້າງດັ່ງກ່າວ ຈະປະກອບສ່ວນອັນສໍາຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ເຮັດສຳ ເລັດໜ້າທີ່ຂອງຕົນ ໃນວຽກງານບຳລຸງກໍ່ສ້າງ, ຍົກສູງຄຸນນະພາບການສຶກສາໃຫ້ພະນັກງານ, ນັກສຶກສາທົ່ວກຳລັງປ້ອງກັນຄວາມສະຫງົບຂອງລາວ ໄດ້ຮັບການສຶກສາທີ່ມີຄຸນນະພາບ ແລະ ພື້ນຖານໂຄງລ່າງ, ວັດຖຸອຸປະກອນການຮຽນ-ການສອນທີ່ດີຂຶ້ນ. ຕາງໜ້າໃຫ້ກຳລັງປະກອບອາວຸດ ກໍຄືກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ, ກຳລັງປະກອບອາວຸດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ຍາມໃດກໍຄຽງບ່າຄຽງໄຫລ່, ເປັນຫ່ວງເປັນໃຍ ໃຫ້ ການຊ່ວຍ ເຫລືອອັນໃຫຍ່ຫລວງ ແລະ ລ້ຳຄ່າ.

ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງກ່າວອີກວ່າ: ພາຍຫລັງໂຄງການນີ້ສ້າງສໍາເລັດ, ກະ ຊວງປ້ອງກັນຄວາມສະຫງົບ ຂອງສປປ ລາວ ຈະນໍາໃຊ້ເຂົ້າໃນວຽກງານ ບຳລຸງກໍ່ສ້າງ, ສິດສອນ ເເລະ ຮ່ຳຮຽນ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ກັບນັກສຶກສາທົ່ວກໍາລັງ ເເລະ ປະກອບສ່ວນສຳຄັນໃນການສ້າງບຸກຄະລາກອນ ໃຫ້ມີຄວາມຮູ້ທາງດ້ານທິດສະດີການເມືອງ, ກໍາໄດ້ແນວທາງຂອງພັກ ແລະ ລັດຖະບານກໍຄືຂົງເຂດວຽກງານປ້ອງກັນຄວໂອກາດດຽວກັນ, ສະຫາຍ ພົອ ໂຕ ເລິມ ກ່າວວ່າ: ກະຊວງປ້ອງກັນຄວາມສະຫງົບຫວຽດ ນາມ ກໍານົດເອົາໂຄງການກໍ່ສ້າງ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ປະຊາຊົນລາວ ເປັນສັນຍາລັກຂອງຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໂດຍສະເພາະ ລະຫວ່າງກຳລັງປ້ອງກັນຄວາມສະຫງົບ ຂອງສອງປະເທດ.

ພິທີວາງສີລາລຶກໂຄງ ການກໍ່ສ້າງດັ່ງກ່າວ ຍັງເປັນການປະກອບສ່ວນຢ່າງແທດເໝາະ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ລາວ-ຫວຽດນາມ, ຫວຽດນາມ ລາວ ຄົບຮອບ 45 ປີ ໃຫ້ມີບັນຍາກາດອັນຄຶກຄື້ນ.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...