Homeຂ່າວການຊ່ວຍເຫຼືອລັດຖະບານຍີ່ປຸ່ນ ຊ່ວຍເຫລືອພາຫະນະເພື່ອນຳໃຊ້ເຂົ້າໃນວຽກງານ ຄຸ້ມຄອງໄພພິບັດ

ລັດຖະບານຍີ່ປຸ່ນ ຊ່ວຍເຫລືອພາຫະນະເພື່ອນຳໃຊ້ເຂົ້າໃນວຽກງານ ຄຸ້ມຄອງໄພພິບັດ

Published on

ພິທີມອບ-ຮັບພາຫະນະ ແລະ ອຸປະກອນຊ່ວຍເຫລືອລ້າຈາກ ລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການນອກໂຄງການ ເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ໄດ້ຈັດຂຶ້ນວັນທີ 24 ສິງຫາ 2022 ທີ່ສາງເຄື່ອງອຸປະໂພກ- ບໍລິໂພກ (ດົງໝາກຄາຍ) ກ່າວມອບໂດຍທ່ານ ໂຄບະຍະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ ກ່າວຮັບໂດຍທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີບັນດາທ່ານ ທ່ານຜູ້ປະສານງານຄະນະກໍາມະການຄຸ້ມຄອງໄພພິບັດ ຫົວໜ້າພະແນກ ຮອງພະແນກ ຮສສ ແຂວງ ເຂົ້າຮ່ວມ.

ໂດຍປະຕິບັດຕາມເອກະສານໂຄງການແລກປ່ຽນ ລະຫວ່າງລັດຖະບານ ສປປ ລາວ ແລະ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມອບໃຫ້ ກະຊວງ ຮສສ ຕາງໜ້າລັດຖະບານໃນການລົງນາມຮັບເອົາການຊ່ວຍເຫລືອ ເຊິ່ງເປັນໂຄງການຊ່ວຍເຫລືອນອກໂຄງການ ເຊິ່ງກົມສັງ ຄົມສົງເຄາະໃນນາມຕາງໜ້າກະຊວງ ຮສສ ປະສານສົມທົບກັບ ແລະ ບໍລິສັດ ຄຣາວ(Crown Agents) ເຊິ່ງເປັນບໍລິ ສັດທີ່ລັດຖະບານຍີ່ປຸ່ນມອບໃຫ້ເປັນຜູ້ຕາງໜ້າລັດຖະບານຍີ່ປຸ່ນ ໃນການຈັດຊື້ພາຫະນະ-ອຸປະກອນກຽມພ້ອມ ແລະ ຕອບໂຕ້ໄພພິບັດພາຍໃຕ້ໂຄງ ການຊ່ວຍ ເຫລືອນອກໂຄງການ ມູນຄ່າທັງໝົດ 1 ຕື້ເຢັນ;

ໃນນັ້ນ, ມີລົດກະບະໂຟວິນ 20 ຄັນ ພ້ອມອາໄຫລ່ 20 ຊຸດ, ລົດໂຮງໝໍ ໂຟວິນ 11 ຄັນ ພ້ອມອາໄຫລ່ 6 ຊຸດ ລົດບັນທຸກເຄື່ອງຊ່ວຍເຫລືອ 18 ຄັນ ພ້ອມອາໄຫລ່ 18 ຊຸດ, ລົດໂຟກລິບ 2 ຄັນ ພ້ອມອາ ໄຫລ່ 2 ຊຸດ, ເຕັ້ນຊຸມຊົນ 30 ດາງ ພ້ອມອາໄຫລ່ 30 ຊຸດ, ຜ້າບັດ 200 ຜືນ, ເຕັ້ນຄອບຄົວ 300 ດາງ ພ້ອມອາໄຫລ່ 300 ຊຸດ, ເຮືອກູ້ໄພ 100 ລໍາພ້ອມອາໄຫຼ່ 100 ຊຸດ, ຈັກຕິດທ້າຍເຮືອ 100 ຊຸດ, ລໍ້ລາກເຮືອ 52 ຄັນ, ເຄື່ອງກອງນໍ້າແບບຕິດລົດບັນທຸກ 3 ຄັນ ພ້ອມອາໄຫລ່ສໍາຮອງ, ເຄື່ອງກອງນໍ້າຄົບຊຸດ 2 ຊຸດ, ເຄື່ອງກອງນໍ້າແບບຄົວເຮືອນ 300 ອັນ ພ້ອມໃສ້ກອງນໍ້າສໍາຮອງ 600 ຊຸດ, ລົດຈັກ 5 ຄັນ. ບັນດາພາຫະນະ ແລະ ອຸປະກອນ ທີ່ກ່າວມານີ້ມີບາງພາຫະນະ ແລະ ອຸປະກອນ ແມ່ນໄດ້ສໍາເລັດໃນການປະມູນຈັດຊື້ ຈາກລັດຖະບານຍີ່ປຸ່ນ ແລະ ຍັງມີບາງພາຫະນະ ແລະ ອຸປະກອນຈຳນວນໜຶ່ງ ຍັງຢູ່ໃນຂະບວນການປະມູນຈັດຊື້ຂອງລັດຖະບານຍີ່ປຸ່ນ ແລະ ຈະໄດ້ສືບຕໍ່ໃນການຈັດຕັ້ງປະຕິບັດການຈັດຊື້ໃຫ້ສໍາເລັດໃນທ້າຍປີ.

ໂອກາດນີ້, ທ່ານນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຢີ່ປຸ່ນ ທີ່ໄດ້ໃຫ້ ການຊ່ວຍເຫລືອໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະ ຫວ່າງປະຊາຊົນສອງຊາດລາວ-ຢີ່ປຸ່ນ ໃຫ້ນັບມື້ງອກງາມຂຶ້ນເລື້ອຍໆ; ພ້ອມທັງຢືນຢັນ ຈະປົກປັກຮັກສາ ແລະ ນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ໃຫ້ເກີດປະ ໂຫຍດສູງສຸດ. ຈາກນັ້ນ, ທ່ານລັດຖະ ມົນ ຕີ ຮສສ ໄດ້ມອບຕໍ່ໃຫ້ພະແນກ ຮສສທົ່ວປະເທດ ແລະ ຂະແໜງການກ່ຽວຂ້ອງອີກດ້ວຍ.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...