Homeຂ່າວຕ່າງປະເທດປີ2030ສິງກະໂປຈະມີເສດຖີທີ່ຫຼາຍທີ່ສຸດ

ປີ2030ສິງກະໂປຈະມີເສດຖີທີ່ຫຼາຍທີ່ສຸດ

Published on

HSBC ທະນະຄານຂ້າມຊາດຂອງອັງກິດ ລາຍງານວ່າ: ໃນອີກ 8 ປີ ຕໍ່ໜ້າ ຈຳນວນເສດຖີໃນສິງກະໂປ ໂດຍຄິດໄລ່ຕາມຈຳນວນປະຊາກອນ ຈະມີຫຼາຍກວ່າສະຫະລັດອາເມຣິກາ, ຈີນ ຫຼື ເສດຖະກິດອື່ນໆ ໃນພູມິພາກອາຊີອາຊິຟິກ.

ຈາກການສຶກສາພົບວ່າ 7% ຂອງປະຊາກອນຜູ້ໃຫຍ່ ມີເງິນສົດ ແລະ ຊັບສິນມູນຄ່າຫຼາຍກວ່າ 1 ລ້ານໂດລາ ໃນປີ 2021 ແລະ ຄາດການວ່າ ຈະເພີ່ມຂຶ້ນເປັນ 9,8% ໃນປີ 2025 ແລະ ເພີ່ມຂຶ້ນເປັນ 13,4% ໃນປີ 2030 ໂດຍປຽບທຽບຈາກຈຳນວນພົນລະເມືອງ ແລະ ຜູ້ຢູ່ອາໄສຖາວອນໃນປະເທດ.

ເພື່ອວັດແທກຄວາມຮັ່ງມີຂອງເສດຖີ ທາງ HSBC ພິຈາລະນາຈາກເງິນສົດໃນທະນາຄານ ແລະ ການລົງທຶນຫຼັກຊັບເຊັ່ນ ຫຸ້ນ ແລະ ພັນທະບັດ ນອກນີ້ຍັງພິຈາລະນາຈາກການຄອບຄອງອະສັງຫາລິມະສັບ ເຊິ່ງລວມມີຊັບສິນທີ່ເປັນເຈົ້າຂອງ, ຫຼັງຈາກຫັກຈໍານວນການຈໍານອງທີ່ຍັງຄ້າງຄາ.

ໃນທະວີບອາຊີ ສິງກະໂປເປັນຮອງແຕ່ອົດສະຕຣາລີ ເຊິ່ງໃນປີ 2021 ອັດຕາເສດຖີຕໍ່ປະຊາກອນມີ 8% ແຕ່ພາຍໃນປີ 2030 ອົດສະຕຣາລີ ຈະຕົກຢູ່ອັນດັບ 2 ດ້ວຍອັດຕາເສດຖີຕໍ່ປະຊາກອນ 12,5%, ສ່ວນຮົງກົງແມ່ນ 11%, ອາເມຣິກາ 9%, ຍີ່ປຸ່ນ7,2% ແລະ ຈີນ 4,4%.

ນອກຈາກນີ້ ຈາກການລາຍງານຂອງ The Rise Of Asian Wealth ລະບຸວ່າ ປະຊາກອນສິງກະໂປທີ່ມີຊັບສິນຢ່າງໜ້ອຍ 250.000 ໂດລາ ຈະເພີ່ມຂຶ້ນເປັນ 67% ພາຍໃນປີ 2030 ຮອງຈາກອົດສະຕຣາລີ ເຊິ່ງຢູ່ທີ່ 70,8%.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...