spot_img
Homeຂ່າວຕ່າງປະເທດອະດີດນາຍົກລັດຖະມົນຕີ ມາເລເຊຍ ຈຳໂທດຕິດຄຸກ 12 ປີ

ອະດີດນາຍົກລັດຖະມົນຕີ ມາເລເຊຍ ຈຳໂທດຕິດຄຸກ 12 ປີ

Published on

ອີງຕາມການລາຍງານສຳນັກຂ່າວ CNA ໃນວັນທີ 28 ກໍລະກົດ 2022, ສານ​ຂອງ​ມາ​ເລ​ເຊຍ​ໄດ້​ຕັດສິນ​ລົງ​ໂທດ​ອະດີດ​ນາຍົກລັດຖະມົນຕີ​ມາ​ເລ​ເຊຍ ນາຈິບ ລາຊັກ (Najib Razak) ​ໃຫ້​ຈຳ​ຄຸກ 12 ປີ ​ແລະ ປັບ​ໃໝ 210 ລ້ານຮິງກິດ ຫຼື ຫຼາຍກວ່າ 654 ຕື້ກີບ ຈາກການມີສ່ວນຮ່ວມໃນການສໍ້ໂກງກອງທຶນ 1MDB.

ຄະດີດັ່ງກ່າວເປັນກໍລະນີທີ່ພົບເງິນ 42 ລ້ານຮິງກິດ ຈາກ SRC International ເຊິ່ງເປັນກອງທຶນ 1MDB ຖືກໂອນເຂົ້າບັນຊີສ່ວນຕົວຂອງ ທ່ານ ນາຈິບ ໃນຊ່ວງປີ 2014-2015 ເຊິ່ງ ທ່ານ ນາຈິບ ຖືກຟ້ອງຮ້ອງຈາກກໍລະນີນີ້ລວມ 7 ຂໍ້ຫາໄດ້ແກ່ຂໍ້ຫາລະເມີດການໄວ້ວາງໃຈ 3 ຂໍ້ຫາ ລຸແກ່ອຳນາດ 1 ຂໍ້ຫາ ແລະ ຢອກເງິນອີກ 3 ຂໍ້ຫາ.

ໂດຍສານມາເລເຊຍ ຕັດສິນໂທດໃນຂໍ້ຫາລະເມີດຄວາມໄວ້ວາງໃຈຂໍ້ຫາລະ 10 ປີ, ເຊັ່ນດຽວກັບຂໍ້ຫາຟອກເງິນທີ່ຖືກຕັດສິນຈຳຄຸກຂໍ້ຫາລະ 10 ປີ ສ່ວນຂໍ້ຫາ ລຸແກ່ອຳນາດ ສານຕັດສິນຈຳຄຸກ 12  ແລະ ປັບ 654 ຕື້ກີບ ແຕ່ໃຫ້ຮັບໂທດໄປພ້ອມກັນເຮັດໃຫ້ທ່ານ ນາຈິບ ເຫຼືອໂທດຈຳຄຸກ 12 ປີ, ແລະ ປັບ 654 ຕື້ກີບ ແລະ ໂທດຈະປ່ຽນເປັນໂທດຈຳຄຸກ 5 ປີແທນ ຫາກທ່ານ ນາຈິບ ມີເງິນພຽງພໍໃນການຈ່າຍຄ່າປັບ.

ທ່ານ ນາຈິບ ກາຍເປັນຜູ້ນຳມາເລເຊຍ ຄົນທຳອິດທີ່ຖືກສານຕັດສິນວ່າມີຄວາມຜິດໃນຄະດີ ສໍ້ໂກງ ເຊິ່ງຄະດີທີ່ສານຕັດສິນຄັ້ງນີ້ເປັນພຽງສ່ວນໜຶ່ງຂອງຂໍ້ກ່າວຫາວ່າ: ທ່ານ ນາຈິບ ພົວພັນກັບການສໍ້ໂກງກອງທຶນ 1 MDB ທີ່ມີຂໍ້ມູນວ່າກອງທຶນດັ່ງກ່າວຍັກຍອກເງິນໄປເຖິງ 4,500 ລ້ານໂດລາສະຫະລັດ.

ແຫຼ່ງຂ່າວ: CNA

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...