Homeຂ່າວກິລາບຣູໄນ ຈັດການແຂ່ງຂັນກິລາບານເຕະມິດຕະພາບສາກົນ

ບຣູໄນ ຈັດການແຂ່ງຂັນກິລາບານເຕະມິດຕະພາບສາກົນ

Published on

ສະຫະພັນບານເຕະ ບຣູໄນ ດາຣູຊາລາມ (FABD) ປະກາດວ່າ ບຣູໄນ ດາຣູຊາລາມ ຈະຈັດການແຂ່ງຂັນກິລາບານເຕະມິດຕະພາບສາກົນ ພາຍຫຼັງທີ່ຫາຍສາບສູນໄປເປັນເວລາດົນນານ ຍ້ອນພະຍາດໂຄວິດ.

ການແຂ່ງຂັນລະດັບນາໆຊາດຈະເລີ່ມໂດຍທີມຊາດ U20 ປີ ແຂ່ງກັບ ທີມ ຊາລາວັກ (ມາເລເຊຍ) U20 ໃນຂະນະທີ່ທີມຊາດ A  ຄາດວ່າຈະແຂ່ງນັດກະຊັບມິດກັບທີມຊາດລາວ ແລະ ເມົາດີຟໃນເດືອນໜ້າ, ສຳລັບການແຂ່ງຂັນລະຫວ່າງ ບຣູໄນ ພົບ ຊາລາວັກ ຢູ-20 ຈະແຂ່ງຂັນຢູ່ທີ່ສະຫນາມກິລາບານເຕະ FABD ໃນວັນທີ 28 ສິງຫາ ເວລາ 4 ໂມງແລງ.

ທ່ານ​ຮອງ​ປະ​ທານ FABD Haji Salleh Bostaman bin Haji Zainal Abidin ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ທີ່​ສາ​ມາດ​ເຊື້ອ​ເຊີນ​ທີມ​ສາ​ກົນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ມິດ​ຕະ​ພາບ.

ທ່ານໄດ້ກ່າວວ່າ: “ນີ້ເປັນການໂອກາດບໍ່ພຽງ ແຕ່ສຳລັບຜູ້ຢູ່ອາໃສຊາວບຣູໄນເທົ່ານັ້ນ. ແຕ່ແຟນບານຈະເບິ່ງການແຂ່ງຂັນສາກົນທີ່ບໍ່ສາມາດເບິ່ງໄດ້ໃນໄລຍະການແຜ່ລະບາດຂອງ COVID-19,”

ສະຫະພັນບານເຕະມາເລເຊຍ (FAM) ໃຫ້ຮູ້ວ່າ: ທີມຊາດຊາລາວັກ ຮຸ່ນອາຍຸບໍ່ເກີນ 20 ປີ ພວມກະກຽມເຂົ້າຮ່ວມງານມະຫາກຳກິລາມາເລເຊຍ (SUKMA). ເນື່ອງຈາກຈະເປັນການແຂ່ງຂັນລະດັບສາກົນຄັ້ງທຳອິດທີ່ສະໜາມກິລາບານເຕະທຽມ FABD ໄດ້ຮັບການຮັບຮອງເປັນເຈົ້າພາບຈັດການແຂ່ງຂັນມິດຕະພາບສາກົນ ເຖິງແມ່ນວ່າມີພື້ນທີ່ຈໍາກັດສໍາລັບຜູ້ຊົມ

Haji Salleh Bostaman ຍັງ​ໄດ້​ກ່າວ​ວ່າ​ຈະ​ມີເກມທົດລອງ, ລະ​ດັບ​ສູງ​ສາ​ກົນ​ທີ່​ໄດ້​ຮັບ​ການ​ຍອມ​ຮັບ​ໂດຍ​ສະ​ຫະ​ພັນ​ບານ​ເຕະ​ສາ​ກົນ (FIFA) ແລະ​ສະ​ມາ​ຄົມ​ບານ​ເຕະ​ອາ​ຊີ (AFC) ທີ່​ສາ​ມາດ​ປັບ​ປຸງ​ການ​ຈັດ​ອັນ​ດັບ​ຂອງ​ທີມ​ຊາດ​ບ​ຣູ​ໄນ.

ສ່ວນທັງສາມເກມກັບ ລາວ ແລະ ມັລດີຟ ຈະຈັດຂຶ້ນທີ່ ບຣູໄນ ເລີ່ມແຕ່ວັນທີ 21 ກັນຍານີ້, ສ່ວນທີມຊາດ ‘A’ ຂອງບຣູໄນ ຈະພົບກັບ ມັລດີຟ ໃນວັນທີ 21 ກັນຍາ ແລະ ລາວ ວັນທີ 27 ກັນຍາ.

ທີ່ມາ: Borneo Bulletin

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...