spot_img
Homeຂ່າວພາຍ​ໃນລົງກວດກາລົດລະເມີດຕິດດອກໄຟສະປອດໄລ ຫຼື ດອກແອວອີດີ

ລົງກວດກາລົດລະເມີດຕິດດອກໄຟສະປອດໄລ ຫຼື ດອກແອວອີດີ

Published on

ລະຫວ່າງວັນທີ 17-19 ສິງຫາ 2022, ເຈົ້າໜ້າທີ່ໄດ້ລົງກວດກາລົດທີ່ຕິດດອກໄຟສະປອດໄລ ຫຼື ດອກແອວອີດີ ແລ້ວພົບລົດໃຫຍ່ທີ່ລະເມີດດ້ວຍການຕິດດອກໄຟສະປອດໄລ ຫຼື ດອກແອວອີດີໃສ່ຫນ້າລົດ ແລະ ຫຼັງຄາລົດ ຈໍານວນ 60 ກວ່າຄັນ.

ພັຕ ສຸນີ ໄຊຍະວົງ ຮອງຫົວຫນ້າພະແນກຕໍາຫຼວດ ຜູ້ຊີ້ນໍາກອງຕໍາຫຼວດຈະລາຈອນ ເມືອງໄຊທານີ ກ່າວຕໍ່ສື່ມວນຊົນ ປກສ ວ່າ:

ກອງບັນຊາການ ປກສ ເມືອງໄຊທານີ ມອບໃຫ້ກອງຕໍາຫຼວດຈະລາຈອນເມືອງ ເລັ່ງໃສ່ກວດກາການດັດແປງສະພາບເຕັກນິກລົດ ເປັນຕົ້ນແມ່ນລົດໃຫຍທີ່ດັດແປງໄຟຕາ, ຕິດດອກໄຟສະປອດໄລ ຫຼື ດອກແອວອີດີ ໃສຫນ້າລົດ ຫຼື ຫຼັງຄາລົດ.

ລະຫວ່າງວັນທີ 17-19 ສິງຫາ 2022 ໄດ້ຕັ້ງຈຸດກວດກາຢູ່ 3 ຈຸດຄື: ເສັ້ນທາງເລກ 10 ເຂດບ້ານໄຮ່-ທ່າງ່ອນ, ເສັ້ນທາງ 450 ປີ ແລະ ເສັ້ນທາງເລກທີ 13 ໃຕ້ ເຂດຫຼັກ 18 ເພື່ອກວດກາລົດທີ່ຕິດດອກໄຟສະປອດໄລ ຫຼື ດອກແອວອີດີ.

ຜ່ານການລົງປະຕິບັດຫນ້າທີ່ໃນ 3 ວັນຜ່ານມາ ພົບເຫັນຜູ້ລະເມີດຈໍານວນ 60 ກວ່າຄັນ, ເຈົ້າຫນ້າທີ່ຈຶ່ງໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ປົດດອກໄຟສະປອດໄລ ຫຼື ເອວອີດີອອກ ພາຍໃນ 30 ວັນ, ຖ້າວ່າພົບເຫັນໃນຄັ້ງຕໍ່ໄປ ຈະໃຊ້ມາດຕະການປັບໃຫມຕາມລະບຽບ ກົດຫມາຍ; ນອກຈາກນີ້, ຍັງກວດກາຍານພາຫະນະທີ່ບໍ່ຕິດ ປ້າຍທະບຽນ, ດັດແປງສະພາບເຕັກນິກລົດ, ບໍ່ເສຍຄ່າທໍານຽມທາງ, ບໍ່ກວດກາເຕັກນິກລົດ, ລົດບໍ່ມີເອກະສານ ແລະອື່ນໆ.

ໂອກາດດຽວກັນ, ພັຕ ສຸນີ ໄຊຍະວົງ ຍັງຮຽກຮ້ອງມາຍັງພະນັກງານ, ທະຫານ-ຕໍາຫຼວດ, ພໍ່-ແມ່ ປະຊາຊົນຜູ້ໃຊ້ລົດ-ໃຊ້ຖະຫນົນ ຢູ່ພາຍໃນເມືອງໄຊທານີ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ໂດຍສະເພາະ ແມ່ນການດັດແປງໄຟຕາລົດດ້ວຍການນໍາເອົາດອກໄຟສະປອດໄລ ຫຼື ດອກເອວອີ ດີມາຕິດໃສ່ລົດນັ້ນ ແມ່ນບໍ່ຖືກຕ້ອງຕາມລະບຽບ ເພາະເວລາສັນຈອນໄປ-ມາໃນຍາມຄໍ່າຄືນ ໄຟຕາລົດ ຂອງທ່ານອາດເຮັດໃຫ້ລົດຄັນອື່ນທີ່ຂີ່ສວນທາງກັບລົດຂອງທ່ານແນມບໍ່ເຫັນ ຫຼື ເຫຼື້ອມຕາ, ສ່ຽງຕໍ່ການ ເກີດອຸບັດຕິເຫດໄດ້ງ່າຍ, ສະນັ້ນ, ຫາກທ່ານໄດມີດອກໄຟສະປອດໄລຕິດຢູ່ຫນ້າລົດ ຫຼື ຫຼັງຄາລົດ ບັນດາທ່ານຄວນປົດອອກ ເພື່ອບໍ່ເປັນການລົບກວນ ແລະ ສ້າງຄາມເດືອດຮ້ອນໃຫ້ແກ່ລົດຄັນອື່ນໆທີ່ຂີ່ສວນທາງ ມາ ແລະ ຍັງເປັນການປ້ອງກັນບໍ່ໃຫ້ລົດຄັນອື່ນ ຫຼື ລົດຂອງຕົນເອງເກີດອຸບັດຕິເຫດໃນຍາມຄໍ່າຄືນ.

ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...