Homeຂ່າວຕ່າງປະເທດກໍລະນີທຳອິດ ທີ່ຕິດເຊື້ອ 3 ພະຍາດພ້ອມກັນ

ກໍລະນີທຳອິດ ທີ່ຕິດເຊື້ອ 3 ພະຍາດພ້ອມກັນ

Published on

ວັນທີ 22 ສິງຫາ 2022, ທ່ານ ດຣ.ອານັນ ຈົງແກ້ວວັດທະນະ, ນັກຄົ້ນຄວ້າວິທະຍາສາດດ້ານຊີວະວິທະຍາ, ໄດ້ລົງຂໍ້ຄວາມໃນເຟສບຸກ ກ່າວເຖິງ ຕົວຢ່າງກໍລະນີຂອງຜູ້ປ່ວຍທີ່ຕິດເຊື້ອໝາກສຸກລິງ-Covid-HIV ພ້ອມກັນ.

ທ່ານ ດຣ.ອານັນ ລະບຸວ່າ: ວາລະສານວິຊາການ  Journal of Infection ໄດ້ລາຍງານກໍລະນີຜູ້ປ່ວຍໝາກສຸກລິງລາຍໜຶ່ງ ທີ່ມີປະວັດການເດີນທາງມາແຕ່ປະເທດແອັດສະປາຍ ໂດຍຂະນະທີ່ຢູ່ນັ້ນໄດ້ມີກິດຈະກຳທາງເພດ ແບບຊາຍຮັກຊາຍແບບບໍ່ປ້ອງກັນ.

ສຳລັບ 9 ມື້ຫຼັງຈາກເດີນທາງເລີ່ມມີອາການ ໄຂ້, ອ່ອນເພຍ, ເຈັບຄໍ, ເຈັບຫົວ, ແລະ ມີຕ່ອມນ້ຳເຫຼືອງໃຫຍ່, ໂດຍ 3 ມື້ຫຼັງອາການນຳເລີ່ມມີຜື່ນແດງຂຶ້ນທີ່ຜິວໜັງ ແລະ ຍັງໄດ້ພົບເຊື້ອ SARS-CoV-2 ໃນຕົວຜູ້ປ່ວຍດ້ວຍການກວດ ATK.

ຜູ້ປ່ວຍທີ່ພັກຢູ່ໂຮງໝໍ 6 ມື້ ຜົນກວດຍັງອອກມາເປັນບວກ ທັງໝາກສຸກລິງ ແລະ ໂຄວິດ ແຕ່ອາການປ່ວຍບັນເທົາລົງຫຼາຍ ເຫຼືອແຕ່ອາການທາງຜິວໜັງທີ່ຍັງຢູ່ໃນຊ່ວງທີ່ກຳລັງຕົກເກັດ ໝໍຈຶ່ງໃຫ້ໄປຮັກສາຕົວຢູ່ທີ່ບ້ານຕໍ່.

ຫຼັງຈາກນັ້ນ 2 ມື້ຜົນກວດ ATK ທີ່ກວດຢູ່ບ້ານກໍເປັນລົບ ແຕ່ສຳລັບຕຸ່ມໜອງຍັງພົບໄດ້ຢູ່ 8 ມຶ້ຫຼັງຈາກກັບມາຮັກສາຕົວຢູ່ບ້ານ, ແຕ່ພົບວ່າຕຸ່ມໜອງຕົກເກັດເກືອບໝົດແລ້ວ ໃນຂະນະທີ່ ທ່ານ ໝໍ ນັດໃຫ້ເຂົ້າກວດອີກຄັ້ງ, ໂດຍການກວດຕົວຢ່າງຈາກຄໍ ຜົນກວດພົບວ່າ: ຜູ້ປ່ວຍຍັງເປັນບວກໜ້າຈະເປັນເພາະອາການໝາກສຸກລິງ ສຳລັບໄລຍະເວລາທີ່ນັບຈາກມື້ການເດີນທາງມາຈາກແອັດສະປາຍ ຮອດມື້ທີ່ກວດມື້ສຸດທ້າຍລວມທັງໝົດຄື 29 ມື້.

ທີ່ມາ: DMS ສະຖານີສຸຂະພາບ ປະເທດໄທ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...