Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີແຕ່ງຕັ້ງຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

ຮອງນາຍົກລັດຖະມົນຕີແຕ່ງຕັ້ງຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

Published on

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເພີ່ມອີກ 1 ທ່ານ ໂດຍປັດຈຸບັນກະຊວງປ້ອງກັນຄວາມສະຫງົບ ມີຮອງລັດຖະມົນຕີ 4 ທ່ານ; ເປັນກຽດເຂົ້າຮ່ວມ ໂດຍ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ມີບັນດາຄະນະກົມໃຫຍ່, ກົມ, ກອງ, ວິທະຍາຄານ ແລະ ປກສ ນະຄອນຫຼວງ ວຽງຈັນ ເຂົ້າຮ່ວມ ໃນວັນທີ 19 ສິງ ຫາ 2022.

ທ່ານ ດວງຕາ ຈຸມພາວັນ ຜູ້ຊ່ວຍຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດຂອງທ່ານນາຍົກ ລັດຖະມົນຕີ ສະບັບເລກທີ 217/ນຍ ລົງວັນ 2 ສິງຫາ 2022 ວ່າດ້ວຍການແຕ່ງຕັ້ງ ພົຕ ຄໍາສິ້ງ ຜຸຍຫຼ້າ ມະນີວົງ ເປັນຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທັງເປັນຫົວຫນ້າກົມໃຫຍ່ຕໍາຫຼວດ. ໃນໂອກາດນີ້, ພົອ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເຊື່ອຫມັ້ນວ່າ ພົຕ ຄໍາຕິ່ງ ຕຸຍຫຼ້າ ມະນີວົງ ຈະເປັນກໍາລັງແຮງໃນການຊີ້ນໍາ-ນໍາພາວຽກງານຂອງກໍາລັງ ປກສ ໃຫ້ມີຜົນສໍາເລັດ ທັງເປັນ ພະນັກງານການນໍາຂອງກໍາລັງປ້ອງກັນຄວາມສະຫງົບ ທີ່ມີຄວາມຮູ້ຄວາມສາມາດ, ມີຄວາມບຸກບືນ ຫ້າວຫັນຕໍ່ຫນ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເຊິ່ງຊ່ວຍເຮັດໃຫ້ກະຊວງປ້ອງກັນຄວາມ ສະຫງົບ ມີຄວາມຫນັກ ແຫນ້ນ, ມີຄວາມເຂັ້ມແຂງ, ມີຄວາມ ປອດໄພ, ມີຄວາມເປັນເອກະພາບໃນການ ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ແນວທາງນະໂຍບາຍຂອງພັກ-ລັດ.

ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນຫນັກຕື່ມວ່າ: ດ້ານຄວາມຮັບຜິດຊອບຕໍ່ຫນ້າທີ່ໃຫມ່ ຕ້ອງເອົາໃຈໃສ່ຄື:

  1. ສືບຕໍ່ປັບປຸງທົ່ວກໍາລັງປ້ອງກັນຄວາມສະຫງົບໃຫ້ດີທີ່ສຸດ ແລະ ສ້າງຄວາມສາມັກຄີ ໃຫ້ຫນັກແຫນ້ນທັງເປັນຄັນທຸງນໍາຫນ້າເຮັດໃຫ້ພາຍໃນເປັນປຶກແຜນແຫນ້ນຫນາ, ຮັກສາຄວາມເປັນແບບຢ່າງ ໃຫ້ດີ, ຫຼີກລ່ຽງແນວຄິດກຸ່ມກ້ອນ, ຈຸ້ມເຈື້ອ, ເຊື້ອສາຍ, ອັກຄະຕິ, ແບ່ງແຍກ ແລະ ຕ້ອງເປັນຄົນມີຄວາມຊື່ຕົງ;
  2. ເພີ່ມທະວີຄວາມຮັບຜິດຊອບທາງດ້ານການເມືອງ ຕ້ອງເຮັດໃຫ້ກໍາລັງ ປກສ ຢືດຫມັ້ນອຸດົມການ, ເຮັດ ໃຫ້ກໍາລັງມີນໍ້າໃຈຮັກຊາດ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບກົດຫມາຍ ແລະ ເຮັດໃຫ້ກໍາລັງໄດ້ ຮັບຄວາມເຊື່ອຫມັ້ນຈາກປະຊາຊົນ;
  3. ຕ້ອງເດັດຂາດ, ມີໄຫວພິບ, ສະຫຼາດຫຼັກແຫຼມບໍ່ໃຫ້ຜິດຕໍ່ແນວ ທາງ ຂອງພັກ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ;
  4. ປັບປຸງແບບແຜນວິທີເຮັດວຽກໃຫ້ມີ ຄວາມ ຖືກຕ້ອງ, ສອດຄ່ອງ, ແບ່ງ ຄວາມຮັບຜິດຊອບໃຫ້ເຫມາະສົມ 
  5. ຕ້ອງຮ່ວມກັນປຶກສາຫາ ລືເປັນ ຫມູ່ຄະນະ, ປັບປຸງກໍ່ສ້າງກໍາ ລັງໃຫ້ຫນັກແຫນ້ນທາງດ້ານການເມືອງ-ແນວຄິດ, ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ ປະຊາຊົນ ແລະ ແກ້ໄຂຂໍ້ຂັດແຍ່ງຕ່າງໆໃຫ້ມີຄວາມເປັນທໍາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...