spot_img
Homeຂ່າວພາຍ​ໃນອີຕາລີຈະເຂົ້າມາຊ່ວຍເຫຼືອດ້ານໃນຂົງເຂດອາຫານ ແລະ ການສ້າງຄວາມຍືນຍົງໃຫ້ແກ່ນະຄອນຫຼວງ

ອີຕາລີຈະເຂົ້າມາຊ່ວຍເຫຼືອດ້ານໃນຂົງເຂດອາຫານ ແລະ ການສ້າງຄວາມຍືນຍົງໃຫ້ແກ່ນະຄອນຫຼວງ

Published on

ວັນທີ 19 ສິງຫາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ການເຂົ້າຢ້ຽມຄໍານັບຂອງທ່ານ ຟີລິບໂປ ກາວງເຊນີ (Filippo GavazZeni) ຫົວຫນ້າສໍານັກງານເລຂາທິການການພັດທະນານະໂຍບາຍອາຫານໃນຕົວເມືອງມິລານ (Milan Urban Food Policy Development) ປະຈໍານະຄອນມິລານ ປະເທດອີຕາລີ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ.

ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຍິນດີໃນການຕ້ອນຮັບຄະນະຜູ້ແທນ ຫົວຫນ້າສໍານັກງານເລຂາທິການການພັດທະນານະໂຍບາຍອາຫານໃນຕົວເມືອງມີລານ ປະຈໍານະຄອນມິລານ ປະເທດອີຕາລີ ທີ່ໄດ້ເດີນທາງມານະຄອນຫຼວງວຽງຈັນ ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນທີ່ດີຂອງສອງປະເທດ ແລະ ສັນຍາວ່າຈະສືບຕໍ່ໃຫ້ການຮ່ວມມືຂອງສອງປະເທດ ກໍ່ຄືສອງນະຄອນໃຫ້ເກີດດອກອອກຜົນຍິ່ງຂຶ້ນເປັນກ້າວໆ ແລະ ອວຍພອນໃຫ້ການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຈົ່ງ ປະສົບຜົນສໍາເລັດ.

ທ່ານ ຟີລິບໂປ ກາວາເຊນີ້ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບດ້ວຍຄວາມອົບອຸ່ນຂອງທ່ານ ອາດສະພັງທອງ ສີພັນດອນ ພ້ອມທັງແຈ້ງໃຫ້ຊາບຈຸດປະສົງຂອງການມາຢ້ຽມຢາມຄັ້ງນີ້ ເພື່ອນໍາສະເຫນີຄວາມເປັນມາ ຄວາມຫມາຍຄວາມສໍາຄັນ ແລະ ຜົນປະໂຫຍດຂອງການເປັນສະມາຊິກຂອງ ສົນທິສັນຍາການພັດທະນານະໂຍບາຍອາຫານໃນຕົວເມືອງມີລານ ຈະສາມາດສ້າງຄວາມຮ່ວມມື ເພື່ອຮັບເອົາການຊ່ວຍເຫຼືອແບບຫຼາກຫຼາຍ ໃນຂົງເຂດອາຫານ ແລະ ການສ້າງຄວາມຍືນຍົງ ພ້ອມດຽວກັນນັ້ນ ສອງຝ່າຍຍັງໄດ້ຫາລືວຽກງານອື່ນໆຈໍານວນຫນຶ່ງຕື່ມອີກ.

ແຫຼ່ງຂ່າວຈາກ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...