spot_img
Homeຂ່າວພາຍ​ໃນຈໍາໜ່າຍຊີ້ນໝູໃນລາຄາທີ່ລັດຊີ້ນໍາສາມາດຕອບສະໜອງໃຫ້ສັງຄົມໄດ້ດີ

ຈໍາໜ່າຍຊີ້ນໝູໃນລາຄາທີ່ລັດຊີ້ນໍາສາມາດຕອບສະໜອງໃຫ້ສັງຄົມໄດ້ດີ

Published on

ບໍລິສັດ ລັດວິສາຫະກິດ ສະບຽງອາຫານນະຄອນຫຼວງວຽງຈັນ ເລີ່ມຈໍາໜ່າຍຊີ້ນໝູໃນລາຄາທີ່ລັດຊີ້ນໍາ ຕາມແຈ້ງການຂອງພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ນັບແຕ່ວັນທີ 5 ສິງຫາ ເປັນຕົ້ນມາ ສາມາດຕອບສະໜອງໃຫ້ສັງຄົມ ກໍຄື ພະນັກງານ-ລັດຖະກອນ ແລະ ປະຊາຊົນ ທີ່ມີລາຍຮັບຕໍ່າໄດ້ດີສົມຄວນ ເຊີ່ງການຈໍາໜ່າຍດັ່ງກ່າວຈະດໍາເນີນໄປຮອດ ວັນທີ 5 ພະຈິກປີ 2022 ນີ້.

ທ່ານ ຄໍາຫຼ້າ ແສງດາວົງ, ຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ການຈໍາໜ່າຍຊີ້ນໝູໃນລາຄາທີ່ລັດຊີ້ນໍາ ມີຢູ່ 2 ຈຸດ ຄື: ຕະຫຼາດກະສິກໍາອິນຊີໜອງໄຮ ເມືອງຫາດຊາຍຟອງ ແລະ ບໍລິສັດລັດວິສະຫະກິດສະບຽງອາຫານນະຄອນຫຼວງວຽງຈັນ, ໝູທີ່ນໍາມາຈໍາໜ່າຍ ແມ່ນມື້ໜຶ່ງ 6 ໂຕ ຫລື 500 ກິໂລ/ມື້ ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດຊີພີລາວ 3 ມື້/ອາທິດ ແລະ ບໍລິສັດ ເບທາໂກ 2 ມື້/ອາທິດ ເພື່ອຈໍາໜ່າຍໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນທີ່ມີລາຍຮັບຕໍ່າໃນລາຄາບໍ່ເກີນ 55.000 ກີບ/ກິໂລ, ຜູ້ໜຶ່ງສາມາດຊື້ໄດ້ບໍ່ເກີນ 4 ກິໂລ, ໃນນັ້ນ ລວມທັງຊີ້ນ, ເຄື່ອງໃນ ແລະ ກະດູກ ເພື່ອເຮັດໃຫ້ທຸກຄົນໄດ້ບໍລິໂພກຢ່າງທົ່ວເຖີງ.

ຜ່ານການຈໍາໜ່າຍ ນັບແຕ່ວັນທີ 5 ສິງຫາ ເປັນຕົ້ນມາ ເຫັນວ່າໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ ແລະ ມີບັດຄິວ ເພື່ອຄວາມເປັນລະບຽບໃນການຂາຍຊີ້ນໝູ.

ການຂາຍຊີ້ນໝູໃນລາຄາທີ່ລັດຊີ້ນໍານີ້ ເປັນການປະຕິບັດຕາມການຊີ້ນໍາຂອງຂັ້ນເທີງເພື່ອຊ່ວຍເຫຼືອຜູ້ທີ່ມີລາຍຮັບຕໍ່າ, ພ້ອມນີ້ ທ່ານ ຄໍາຫຼ້າ ໄດ້ຝາກມາຍັງຜູ້ທີ່ມີຖານະເສດຖະກິດໃນລະດັບດີແລ້ວຄວນໄປຊື້ຊີ້ນໝູຢູ່ບ່ອນໃໝ່ ເພາະຊີ້ນໝູທີ່ຈໍາໜ່າຍໃນລາຄາລັດຊີ້ນໍາມີພຽງ 500 ກິໂລ/ມື້ ຕາມຄວາມສາມາດຂອງບໍລິສັດທີ່ສະໜອງ, ທັງນີ້ ກໍເພື່ອເຮັດໃຫ້ຜູ້ທີ່ມີຮັບຕໍ່າສາມາດເຂົ້າເຖີງຊີ້ນໝູດັ່ງກ່າວນີ້ໄດ້ຢ່າງທົ່ວເຖີງ.

ຢ່າງໃດກໍຕາມ, ການຈໍາໜ່າຍຊີ້ນໝູໃນລາຄາທີ່ລັດຊີ້ນໍາ ແມ່ນເລີ່ມແຕ່ເວລາ 9:30  ຫາ 17:00 ໂມງ ນັບແຕ່ວັນຈັນ ຫາ ວັນສຸກ, ແຕ່ບາງມື້ຊີ້ນໝູອາດໝົດກ່ອນກໍານົດ ຂຶ້ນຢູ່ກັບຈໍານວນຜູ້ໄປຊື້ວ່າມີໜ້ອຍ ຫຼື ຫຼາຍ ເຮັດໃຫ້ມີບາງຫາງສຽງເກີດຂຶ້ນ, ດັ່ງນັ້ນ ທ່ານໄດ້ຮຽກຮ້ອງມາຍັງຜູ້ບໍລິໂພກໃຫ້ເຂົ້າໃຈ ແລະ ຢ່າວິພາກວິຈານຕໍ່ສະພາບການທີ່ເກີດຂຶ້ນ ເພາະຊີ້ນທີ່ນໍາມາຈໍາໜ່າຍມີຈໍານວນຈໍາກັດແທ້.

ພ້ອມນີ້ ທ່ານຍັງໄດ້ຝາກມາຍັງລູກຄ້າ ກໍຄື ຜູ້ບໍລິໂພກທີ່ໄປຊື້ຊີ້ນໝູ ຖ້າຫາກພົບເຫັນມີພະນັກງານຂາຍຊີ້ນໝູເກີນທີ່ກໍານົດໄວ້ ໃຫ້ແຈ້ງມາຍັງບໍລິສັດເພື່ອຈະໄດ້ດໍາເນີນມາດຕະການຕາມລະບຽບກົດໝາຍຢ່າງເຂັ້ມງວດ, ທັ້້ງນີ້ ເພື່ອແນໃສ່ປະກອບສ່ວນຊ່ວຍເຫລືອພະນັກງານ-ລັດຖະກອນ ແລະ ປະຊາຊົນທີ່ມີລາຍຮັບຕໍ່າຜ່ານພົ້ນຈາກວິກິດທີ່ເກີດຂຶ້ນໃນປັດຈຸບັນໄປດ້ວຍກັນ.

ແຫຼ່ງຂ່າວຈາກ LAO YOUTH RADIO STATION, FM 90.0 MHZ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...