spot_img
Homeຂ່າວພາຍ​ໃນຊາຍອາຍຸ 56 ປີ ຍິງປືນຂ້າເມຍຕາຍຄາຖຽງໄຮ່

ຊາຍອາຍຸ 56 ປີ ຍິງປືນຂ້າເມຍຕາຍຄາຖຽງໄຮ່

Published on

ໃນວັນທີ 29 ກໍລະກົດ 2022 ເວລາປະມານ 17:00 ໂມງ, ເກີດເຫດຜົວໃຊ້ປືນຍິງເມຍເສຍຊີວິດຄາຢູ່ຖຽງໄຮ່ ເຂດບ້ານກຸຍສູງ ເມືອງແລະ ແຂວງຫຼວງນໍ້າທາ ຍ້ອນມີການຜິດຖຽງກັນຢ່າງຮຸນແຮງ.

ໜັງສືພິມປ້ອງກັນຄາມສະຫງົບ ໄດ້ລາຍງານວ່າ: ພັທ ແນມທອງ ພອນມະນີ ຫົວຫນ້າ ປກສ ກຸ່ມບ້ານຫ້ວຍດໍາ ເມືອງແລະ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ ທ້າວ ຈາກໍ ອາຍຸ 56 ປີ ໄດ້ໃຊ້ປືນແກັບຍິງເມຍຊື່ ນາງ ນາດີ ອາຍຸ 38 ປີ ເສຍຊີວິດຢູ່ຖຽງໄຮ່ ຍ້ອນຜູ້ເປັນຜົວ ໄດ້ລັກເອົາເງິນໝັນໄປຂາຍເວລາທີ່ເມຍບໍ່ຢູ່ເຮືອນ ຈໍານວນ 1 ໝັນ ໄດ້ເງິນ 300.000 ກີບ ແລະ ເມື່ອໄດ້ເງິນແລ້ວ ກໍເອົາໄປໃຊ້ຈ່າຍຊື້ເຫຼົ້າ-ເບຍກິນຈົນໝົດ, ເມື່ອເມຍຮູ້ພາຍຫຼັງ ກໍເກີດມີປາກສຽງຜິດກັນຢ່າງ ຮຸນແຮງ ແລະ ເຮັດໃຫ້ເມຍບໍ່ພໍໃຈ ຈຶ່ງພາລູກໜີໄປຢູ່ໄຮ່, ຕໍ່ມາຮອດເວລາ 17:00 ໂມງ ຂອງມື້ເກີດເຫດ, ທ້າວ ຈາກໍ ໄດ້ກຽມ ປືນແກັບ 1 ກະບອກ ເພື່ອໄປນຳຫາເມຍ ແລະ ລູກສາວຢູ່ໄຮ່.

ພໍໄປຮອດກາງທາງໄດ້ພົບເຫັນ ເມຍ ເອົາປືນແກັບຢູ່ຖຽງໄຮ່ມາຍິງໂຕຮອກກິນໝາກໄມ້, ຂະນະນັ້ນ ຜູ້ເປັນເມຍ ເຫັນຜົວຍັງຄິດຢາກຮ້າຍຢູ່ ແລ້ວໄດ້ເວົ້າວ່າ: “ມຶງ” ນຳມາ ເຮັດຫຍັງອີກ “ກູ” ຈະຂ້າມຶງໃຫ້ຕາຍ ພ້ອມທັງຍົກປືນແກັບທີ່ຖືຢູ່ໃນມືເກາະໄກ 2-3 ບາດ ແຕ່ປືນບໍ່ແຕກ. ຈາກນັ້ນ, ກໍ່ເວົ້າວ່າ “ມຶງ” ໄປນອນກ່ອນ “ກູ” ຈະເອົາໄມ້ຄ້ອນຕີຫົວໃຫ້ຕາຍ. ພາຍຫຼັງໄດ້ຍິນເມຍເວົ້າແນວນນັ້ນ, ທ້າວ ຈາກໍ ຄິດວ່າແນວໃດ ເມຍກໍຕ້ອງບໍ່ພໍໃຈ ແລະ ຈະຂ້າຕົ້ນໃຫ້ໄດ້ ຈຶ່ງໃຊ້ປືນແກັບທີ່ຖືໄປຍິງເມຍໃສ່ບໍລິເວນທ້ອງນ້ອຍ 1 ບາດ ເຮັດໃຫ້ເມຍເສຍຊີວິດ, ຈາກນັ້ນ ກໍເອົາຕົວຫຼົບໜີເຂົ້າປ່າ ໄດ້ 2 ມື້ຕໍ່ມາ ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດກັກຕົວ.

ໃນໄລຍະຜ່ານມາ, ທ້າວ ຈາກໍ ມີປະຫວັດພົວພັນກັບຢາເສບຕິດ ແລະ ມີປາກສຽງຜິດກັນກັບເມຍມາຕະຫຼອດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...