spot_img
Homeຂ່າວການຮ່ວມມືແຂວງໄຊຍະບູລີ ແລະ ເຊີນລາ ສືບຕໍ່ຮ່ວມມືຮອບດ້ານ

ແຂວງໄຊຍະບູລີ ແລະ ເຊີນລາ ສືບຕໍ່ຮ່ວມມືຮອບດ້ານ

Published on

ອີງຕາມແຫຼ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 18 ສິງຫາ 2022, ຢູ່ແຂວງໄຊຍະບູລີ ໄດ້ຈັດການພົບປະລະຫວ່າງ ຄະນະຜູ້ແທນແຂວງ ໄຊຍະບູລີ ສປປ ລາວ ແລະ ແຂວງ ເຊີນລາ ສສ ຫວຽດນາມ, ນໍາໂດຍ ສະຫາຍ ພົງສະຫວັນ ສິດທະວົງ ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ ແລະ ສະຫາຍ ລໍມິງຮຸງ ຮອງເລຂາພັກແຂວງເຊີນລາ, ຜູ້ປະຈໍາການ ພ້ອມຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.

ການພົບປະຄັ້ງນີ້, ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ເພື່ອເປັນການຜັນຂະຫຍາຍບັນດາເນື້ອໃນຈິດໃຈຂອງຂໍ້ຕົກລົງ, ບົດບັນທຶກ, ສັນຍາ, ສົນທິສັນຍາ ແລະ ຖະແຫລງ ການຂອງສອງພັກ-ສອງລັດ ທີ່ໄດ້ຕົກລົງຮ່ວມມືກັນໃນໄລຍະທີ່ຜ່ານມາ, ການພົບປະໃນຄັ້ງນີ້ ຈະກາຍເປັນຂີດໝາຍ ແຫ່ງການເພີ້ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກແບບຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ກໍ່ຄືສອງແຂວງພວກເຮົາ ໃຫ້ນັບມື້ມີການຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂຶ້ນ,

ຈາກນັ້ນທັງສອງແຂວງກໍໄດ້ລົງນາມໃສ່ບົດບັນທືກຢ່າງເປັນທາງການ ໂດຍການຮ່ວມລົງນາມ ລະຫວ່າງ ສະຫາຍ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ແລະ ສະຫາຍ ດັງງັອກເຮົາ ຮອງປະທານ ຄະນະກໍາມະການ ປະຊາຊົນແຂວງ ໂດຍມີຄະນະຜູ້ແທນທັງສອງແຂວງຮ່ວມເປັນສັກຂີພິຍານ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...