Homeຂ່າວຢາເສບຕິດເຈົ້າໜ້າທີ່ ປກສ ແຂວງ ບໍ່ແກ້ວ ສະກັດຈັບເປົ້າໝາຍຢາເສບຕິດ ພ້ອມຂອງກາງຈຳນວນຫຼາຍ

ເຈົ້າໜ້າທີ່ ປກສ ແຂວງ ບໍ່ແກ້ວ ສະກັດຈັບເປົ້າໝາຍຢາເສບຕິດ ພ້ອມຂອງກາງຈຳນວນຫຼາຍ

Published on

ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ອີງຕາມຂໍ້ມູນແຫຼງຂ່າວຂອງສູນປະສານງານ 4 ຝ່າຍປະຈຳບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວ່າຈະມີກຸ່ມຄົນບໍ່ດີລັກລອບຂົນສົ່ງຢາເສບຕິດຈາກປະເທດມຽນມາເຂົ້າມາແຂວງບໍ່ແກ້ວ ( ເມືອງຕົ້ນເຜິ້ງ ). ຈາກນັ້ນ, ກອງບັນຊາການ ປກສ ແຂວງ ໄດ້ຊີ້ນຳຫ້ອງວິຊາສະເພາະທີ່ກ່ຽວຂ້ອງລົງສົມທົບກັບສູນປະສານງານ 4 ປະເທດ ( ຝ່າຍຈີນ ) ທີ່ປະຈຳຢູ່ດ່ານບ້ານມອມ ຕິດຕາມເປົ້າໝາຍ.

ມາຮອດວັນທີ 6 ສິງຫາ 2022 ເວລາ 12:05 ນາທີ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງແມ່ນໄດ້ເຫັນເປົ້າໝາຍຂີ່ລົດຈັກເຂົ້າໄປບ້ານ ສີບຸນເຮືອງ ເມືອງຕົ້ນເຜິ້ງ ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມ ແລະ ສາມາດກັກຕົວເປົ້າໝາຍໄດ້ 2 ຄົນຄື: ທ້າວ ພອນ ສຸຕະວົງ ອາຍຸ 45 ປີ ແລະ ນາງ ມອນ ສຸຕະວົງ ອາຍຸ 43 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທັງສອງຄົນແມ່ນເປັນຜົວເມຍກັນ.

ພ້ອມທັງກວດຄົນເຮືອນ ( ເຄຫະສະຖານ ) ຜ່ານການກວດຄົ້ນແມ່ນສາມາດຍຶດໄດ້ເຄື່ອງຂອງກາງຢາເສບຕິດ ( ປະເພດຢາບ້າ ) ຈຳນວນ 3.304 ມັດ ເທົ່າກັບ 6.608.000 ເມັດ, ນ້ຳໜັກລວມ 733 ກິໂລກຼາມ ແລະ ຢາເສບຕິດ ( ປະເພດໄອສ໌ ) 1 ກິໂລກຼາມ, ລົດໃຫຍ່ 3 ຄັນ, ລົດຈິບປຼາໂດ 1 ຄັນ, ລົດກະບະລີໂວ 1 ຄັນ, ລົດກະບະນິດ 1 ຄັນ, ເງິນກີບ ຈຳນວນ 80.000.000, ເງິນບາດຈຳນວນ 4.109.000 ບາດ, ເງິນຢວນຈຳນວນ 10.000 ຢວນ.

ຕໍ່ກັບຄະນະດັ່ງກ່າວປັດຈຸບັນທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງພວມດຳເນີນການສືບສວນ-ສອບສວນຂະຜົນຫາກຸ່ມແກ້ງເຄື່ອຂ່າຍ.
ຂ່າວ: ປກສ ແຂວງບໍ່ແກ້ວ

ບົດຄວາມຫຼ້າສຸດ

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...