Homeຂ່າວພາຍ​ໃນລົດໄຟຂົນສົ່ງສິນຄ້າດ່ວນພິເສດລະຫວ່າງມະເລເຊຍ-ໄທ-ລາວຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນຕຸລາປີນີ້

ລົດໄຟຂົນສົ່ງສິນຄ້າດ່ວນພິເສດລະຫວ່າງມະເລເຊຍ-ໄທ-ລາວຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນຕຸລາປີນີ້

Published on

ລົດໄຟຂົນສົ່ງສິນຄ້າດ່ວນພິເສດອາຊຽນ ຫຼື Asean Express ເຊື່ອມຕໍ່ລະຫວ່າງ ມະເລເຊຍ ໄທ ແລະ ລາວ ຄາດວ່າຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນຕຸລາປີນີ້.

ອ້າງອີງຈາກ ໜັງສືພິມລຽນເຫີຈາວປ້າວຂອງສິງກະໂປ: ວັນທີ 11 ສິງຫາ 2022 ບໍລິສັດທາງລົດໄຟມະເລເຊຍໄດ້ອອກຖະແຫຼງການວ່າ ລົດໄຟຂົນສົ່ງສິນຄ້າດ່ວນພິເສດອາຊຽນແມ່ນເດີນທາງອອກຈາກມະເລເຊຍໄປສູ່ປະເທດລາວ, ຢູ່ກາງທາງຈະແວ່ປະເທດໄທ, ມີໄລຍະທາງຍາວທັງໝົດ 2.206 ກິໂລແມັດ, ຄາດວ່າຈະໃຊ້ເວລາເດີນທາງ 72 ຊົ່ວໂມງ.

ລົດໄຟຂົນສົ່ງສິນຄ້າດ່ວນພິເສດອາຊຽນແມ່ນຈຸດເລີ່ມຕົ້ນທີ່ບໍລິສັດທາງລົດໄຟມະເລເຊຍບຸກເບີກຕະຫຼາດສາກົນ ແລະ ສາມາດຖືເປັນຄວາມພະຍາຍາມເພື່ອຊຸກຍູ້ແຜນການທາງລົດໄຟພາກພື້ນອາຊີທີ່ເລີ່ມຈາກນະຄອນຄຸນໝິງຂອງຈີນ ໄປຮອດສິງກະໂປ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...