Homeຂ່າວພາຍ​ໃນກຳລັງທະຫານກຽມພ້ອມຮັບມື ແລະ ເຂົ້າຊ່ວຍເຫຼືອປະຊາຊົນແຂວງໄຊຍະບູລີ

ກຳລັງທະຫານກຽມພ້ອມຮັບມື ແລະ ເຂົ້າຊ່ວຍເຫຼືອປະຊາຊົນແຂວງໄຊຍະບູລີ

Published on

ກຳລັງທະຫານເຂົ້າຊ່ວຍເຫຼືອ ແລະ ກຽມພ້ອມຮັບມື ກັບບ້ານເຮືອນປະຊາຊົນທີ່ຢູ່ຕິດແຄມນ້ຳ ທີ່ຖືກນ້ຳປ່າໄຫຼຖ້ວມເຂົ້າເຂດບ້ານເຮືອນ ໃນໄລຍະຝົນຕົກໜັກຕໍ່ເນື່ອງຢູ່ເມືອງຫົງສາ ແຂວງໄຊຍະບູລີ.

ອີງຕາມການລາຍງານຂອງນັກຂ່າວແຂວງໄຊຍະບູລີ ລາຍງານວ່າ : ໃນໄລຍະວັນທີ 11 ສີງຫາ 2022ທີ່ຜ່ານມາ ພົບວ່າຝົນຕົກໜັກຢ່າງຕໍ່ເນື່ອງຢູ່ທີ່ເມືອງຫົງສາ ແຂວງໄຊຍະບູລີ , ໄດ້ເຮັດໃຫ້ມີນ້ຳປ່າໄຫຼຊຸແຮງເຂົ້າຖ້ວມເຂດບ້ານເຮືອນປະຊາຊົນທີ່ຕິດແຄມນ້ຳສອງບ້ານຄື: ບ້ານແທ່ນຄຳ ແລະ ບ້ານສີບຸນເຮືອງ ໃນເວລາ 19 ໂມງ. ຈຶ່ງເຮັດໃຫ້ປະຊາຊົນທີ່ຢູ່ຕິດແຄມນ້ຳດັ່ງກ່າວ ໄດ້ຮັບຜົນກະທົບ ແລະ ໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນ ໂດຍສະເພາະແມ່ນເຮືອນຂອງປະຊາຊົນຢູ່ແຄມນ້ຳ ແລະພື້ນທີ່ການຜະລິດ.

ປັດຈຸບັນຍັງມີຝົນຕົກລີນຕະຫຼອດ ຢ່າງບໍ່ຂາດສາຍ, ຄາດວ່ານ້ຳປ່າອາດຈະມາອີກຕື່ມ, ສ່ວນການຊ່ວຍເຫຼືອເບື້ອງຕົ້ນ ຄະນະພັກ-ອົງການປົກຄອງເມືອງໄດ້ລະດົມກຳລັງທະຫານ-ຕຳຫຼວດ ແລະ ທີມງານປ້ອງກັນ-ຄວບຄຸມ ໄພພິບັດຂັ້ນເມືອງ ລົງຊ່ວຍເກັບມ້ຽນເຄື່ອງຂອງ ແລະ ຍົກຍ້າຍປະຊາຊົນໄປໄວ້ບ່ອນທີ່ປອດໄພແລ້ວ.

ຕໍ່ກັບສະພາບການດັ່ງກ່າວ ຄະນະກຳມະການຄ້ມຄອງໄພພິບັດ ຂັ້ນເມືອງ ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ພາຍໃນເມືອງ ໂດຍສະເພາະຜູ້ທີ່ອາໄສ ຢູ່ລຽບຕາມຮ່ອມພູ, ເນີນພູ ແລະ ແຄມແມ່ນໍ້າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ເກີດມີດິນເຈື່ອນ ແລະ ນໍ້າຖ້ວມຊຸ ໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ຫຼ້າສຸດ ທະຫານແຂວງໄຊຍະບູລີ ໄດ້ກຽມພ້ອມຊ່ວຍເຫຼືອພໍ່-ແມ່ປະຊາຊົນຈາກໄພທຳມະຊາດໃນຄັ້ງນີ້, ໂດຍຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ກະກຽມພາຫະນະ, ອຸປະ ກອນ ແລະຈຳນວນພົນ ເພື່ອຊ່ວຍ ເຫຼືອ ແລະ ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນ. ໃນນີ້ໄດ້ມອບໃຫ້ພະແນກສູ້ຮົບ ກອງບັນຊາການທະຫານແຂວງໄຊຍະບູລີ ເປັນເຈົ້າການໃນການກະກຽມພາຫະນະ, ອຸປະກອນ ແລະ ກຳລັງພົນຕ່າງໆຄົບ ຖ້ວນ. ເຊິ່ງໄດ້ນຳໃຊ້ລົດເຊອາ ຈຳນວນ 5 ຄັນ, ເຮືອ ຈໍານວນ 3 ລໍາ ແລະ ຈໍານວນພົນຈາກກົມກອງອ້ອມຂ້າງກອງບັນຊາ ການທະຫານແຂວງໄຊຍະບູລີ ຄື: ກອງພັນ 419, ກອງພັນ 609, ກອງຮ້ອຍ 21 ແລະ ກອງຮ້ອຍ 23 ຈໍານວນ 215 ສະຫາຍ ເພື່ອກຽມຮັບມືໃນເບື້ອງຕົ້ນ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...