spot_img
Homeຂ່າວຕ່າງປະເທດຣາສປັກຊາ ອະດີດປະທະນາທິບໍດີສີລັງກາຮອດໄປແລ້ວ

ຣາສປັກຊາ ອະດີດປະທະນາທິບໍດີສີລັງກາຮອດໄປແລ້ວ

Published on

ໂກຕາບາຢາ ຣາສປັກຊາ ອະດີດປະທານາທິບໍດີສີລັງກາ ເດີນທາງຮອດສະໜາມບິນດອນເມືອງຂອງປະເທດໄທ ດ້ວຍເຮືອບິນເຊົ່າເໝົາລຳຈາກສິງກະໂປມາຮອດໄທແລ້ວ ໂດຍຄາດວ່າຈະມາອາໄສຢູ່ຊົ່ວຄາວຕາມກຳນົດເວລາ 90 ມື້ ກ່ອນທີ່ຈະໄປລີ້ໄພຢູ່ປະເທດອື່ນ.

ສຳນັກຂ່າວ CNN ໄດ້ລາຍງານວ່າ: ວັນທີ 11 ສິງຫາ 2022 ເວລາປະມານ 20.00 ໂມງ ໂກຕາບາຢາ ຣາສປັກຊາ ອະດີດປະທານາທິບໍດີສີລັງກາ ເດີນທາງຮອດສະໜາມບິນດອນເມືອງຂອງປະເທດໄທ ດ້ວຍເຮືອບິນເຊົ່າເໝົາລຳທີ່ອອກມາຈາກສະໜາມບິນເຊເລຕາ ປະເທດສິງກະໂປ ຫຼັງຈາກທີ່ ໂກຕາບາຢາ ຣາສປັກຊາ  ໄດ້ປະເຊີນກັບການປະທ້ວງຂັບໄລ່ຈາກປະຊາຊົນຈົນຕ້ອງໄດ້ໜີອອກນອກປະເທດ.

ຕາມການລາຍງານລະບຸວ່າ ມີຜູ້ຍິງຄົນໜຶ່ງທີ່ມານຳລາວ ຄາດວ່າຈະແມ່ນພັນລະຍາຂອງລາວ ກ່ອນຂຶ້ນລົດລີມູຊີນ ອອກຈາກສະໜາມບິນດອນເມືອງໄປຫາສະຖານທີ່ ທີ່ບໍ່ເປີດເຜີຍ, ໂດຍ ຣາສປັກຊາ ເດີນທາງອອກຈາກສິງກະໂປໃນມື້ສຸດທ້າຍທີ່ຄົບກຳນົດວັນໝົດອາຍຸວີຊ່າສິງກະໂປ ແລະ ຄາດວ່າ ຣາສປັກຊາ ຈະຢູ່ໄທຈົນຄົບ 90 ມື້ ພາຍໃຕ້ເງື່ອນໄຂທີ່ໄທກຳນົດໄວ້ວ່າ ໃຫ້ ຣາສປັກຊາ ມາອາໄສຊົ່ວຄາວ ໂດຍບໍ່ມີການເຄື່ອນໄຫວທາງການເມືອງ.

ນອກຈາກນີ້ ມີລາຍງານວ່າ ຣາສປັກຊາ ຂໍລີ້ໄພໃນປະເທດບໍລິເວນຕະເວັນອອກກາງ ແຕ່ຍັງບໍ່ໄດ້ຮັບການຕອບຮັບ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...