Homeຂ່າວພາຍ​ໃນການແຂ່ງຂັນ ກີລາການທະຫານ ສາກົນ 2022 ທີ່ ສ ຣັດເຊຍ

ການແຂ່ງຂັນ ກີລາການທະຫານ ສາກົນ 2022 ທີ່ ສ ຣັດເຊຍ

Published on

ໃນວັນທີ 10 ສິງຫາທີ່ຜ່ານມາ, ທີ່ຣັດເຊຍ ຈັດການແຂ່ງຂັນກີລາທະຫານສາກົນ ຫຼື Army Games 2022, ຕາງໜ້າກອງທັບປະຊາຊົນລາວໂດຍ ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 661 ໃນນາມກຳມະການກາງຕັດສິນຖືກແຕ່ງຕັ້ງຈາກ ກະຊວງປ້ອງກັນປະເທດ ສປປ ລາວ ໄດ້ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ໄດ້ລາຍງານວ່າ:   ປີນີ້ກອງທັບປະຊາຊົນລາວ ໄດ້ສົ່ງເຂົ້າແຂ່ງຂັນ 3 ປະເພດ ຄື: ທີມລົດຕັງ ມີ 21 ສະຫາຍ, ທີມຊ່າງແສງ ມີ 22 ສະຫາຍ ແລະ ທີມສື່ສານ ມີ 8 ສະຫາຍ.

ສຳລັບການແຂ່ງຂັນ ລົດຕັງ ມີ 21 ປະເທດເຂົ້າຮ່ວມ ແລະ ໄດ້ແບ່ງອອກເປັນ 2 ສາຍກໍຄື:

ສາຍ (ກ) ປະກອບມີ 10 ປະເທດ:ຄື: ຣັດເຊຍ, ສປ ຈີນ,ເບລາຣຸດ, ອາແຊັກໄບຊານ, ກາຊັກສະຖານ, ອູສະເບັກກິສະຖານ, ຫວຽດນາມ, ເວເນຊູເອລາ, ມົງໂກລີ ແລະ ກືກິສະຖານ. ສາຍ (ຂ) ລວມມີ: ຊີເຣຍ, ຕາຊິກກິສະຖານ, ມຽນມາ, ສປປ ລາວ, ອັບຄາຊີ, ອາເມນີ, ອີຣານ, ມາລີ, ຊີມບັບ ເວ, ອາເຊເຈຍໃຕ້ ແລະ ຊູດານ.

ສ່ວນຜົນການຈົກສະຫຼາກ ໃນວັນທີ 8 ສິງຫານີ້ ທີມລາວເຮົາຈົກໄດ້ ລົດຕັງຄັນສີຟ້າ ເຊິ່ງຮ່ວມຢູ່ ຈຸແຂ່ງຂັນດຽວກັນກັບ 4 ປະເທດ ຄື: ສປປ ລາວ, ຊີເຣຍ, ອາເມນີ ແລະ ມຽນມາ. ການແຂ່ງຂັນ ຈະເລີ່ມແຕ່ວັນທີ 13-27.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...