spot_img
Homeຂ່າວການຮ່ວມມືລາວ-ຫວຽດນາມ-ກໍາປູເຈຍ ເພີ່ມທະວີການຮ່ວມມື ດ້ານຕຸລາການ

ລາວ-ຫວຽດນາມ-ກໍາປູເຈຍ ເພີ່ມທະວີການຮ່ວມມື ດ້ານຕຸລາການ

Published on

ໃນລະຫວ່າງວັນທີ 10-11 ສິງຫາ 2022 ນີ້, ສານປະຊາຊົນສູງສຸດ ແຫ່ງ ສປປ ລາວໄດ້ເປັນເຈົ້າພາບ ຈັດກອງປະຊຸມສານບັນດາແຂວງຊາຍແດນ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງທີ VI ຢູ່ນະຄອນຫລວງວຽງຈັນ. ໃຫ້ກຽດເຂົ້າຮ່ວມມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ, ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ຫງວ໋ຽນ ຮວ໋າ ບິງ ປະທານສານປະຊາຊົນສູງສຸດ ແຫ່ງ ສສ. ຫວຽດນາມ ແລະ ທ່ານ ຈີບ ເກ່ງ ຮອງປະທານສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພ້ອມດ້ວຍຄະນະຜູ້ແທນສານປະຊາ ຊົນສູງສຸດ ຂອງ 3 ປະເທດເຂົ້າຮ່ວມ.

ກອງປະຊຸມ ໃນຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນສົນທະນາ ແລະ ທົບທວນຄືນການປະຕິບັດຖະແຫລງການຮ່ວມຂອງກອງປະຊຸມຄັ້ງທີ 5 ປີ 2018 ມາເຖິງປັດຈຸບັນຢ່າງກົງໄປກົງມາ ເພື່ອປຶກສາຫາລື, ຍາດແຍ່ງເອົາຄຳຄິດຄໍາເຫັນ, ແລກປ່ຽນບົດຮຽນ, ຕີລາຄາຄືນ ຜົນສຳເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນການປະຕິບັດຕົວຈິງຜ່ານມາ ເພື່ອຮ່ວມກັນຄົ້ນຄວ້າ, ຊອກຫາທິດທາງ, ວິທີການແກ້ໄຂ. ພ້ອມນັ້ນ, ຍັງພ້ອມກັນວິເຄາະບັນຫາຕ່າງໆຢ່າງພາວະວິໄສ ແລະ ກ້າວໄປເຖິງການຕົກລົງບັນຫາຢ່າງເປັນເອກະພາບ ແລະ ຮັບຮອງເອົາແຜນການໃນການຮ່ວມມື ໃນອະນາຄົດ ເພື່ອຕອບໂຕ້ຄືນບັນດາອາຊະຍາກຳຂ້າມຊາດ, ເຮັດໃຫ້ພາກພື້ນຂອງ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ມີຄວາມສະຫງົບສຸກ, ປອດໄພ ແລະ ປະຊາຊົນ ມີຄວາມຮັ່ງມີ, ຜາສຸກ ແລະ ຍຸຕິທຳ.

ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ໂດຍມີບາງຕອນ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມສາມັກຄີອັນສະໜິດແໜ້ນ ຂອງອົງການຕຸລາການ ທັງ 3 ປະເທດ ໃນການຮ່ວມມືກັນໃນທຸກດ້ານ ເພື່ອຕອບໂຕ້ຄືນບັນດາອາຊະຍາກຳຂ້າມຊາດ ທີ່ນັບມື້ມີການພັດທະນາຮູບແບບ ແລະ ວິທີການທີ່ສະຫລັບຊັບຊ້ອນຂຶ້ນກວ່າເກົ່າ ຈາກການໃຊ້ປະໂຫຍດຂອງຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກໂນໂລຢີ ລວມໄປເຖິງການທີ່ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ມີຊາຍແດນຕິດຈອດກັນ, ທັງເປັນປະຊາຄົມອາຊຽນ ທີ່ມີການເປີດເສລີທາງການເດີນທາງ ແລະ ການຂະຫຍາຍຕົວຂອງການທ່ອງທ່ຽວ ໃນຂະນະທີ່ປະ ສິດທິພາບການບັງຄັບໃຊ້ກົດໝາຍຂອງແຕ່ລະປະເທດ ມີຄວາມແຕກຕ່າງກັນ. ສະນັ້ນ, ມັນຈຶ່ງຮຽກຮ້ອງໃຫ້ ອົງການຕຸລາການຂອງພວກເຮົາ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ມີການແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ ຕະຫລອດເວລາ.

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວອີກວ່າ: ພາຍໃຕ້ສະພາບການໃນປັດຈຸບັນ ບັນຫາອາຊະຍາກຳຂ້າມຊາດ ອາດພົວພັນເຖິງ ການຄ້າຂາຍຢາເສບຕິດ, ການຄ້າມະນຸດ, ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ການຄ້າຂາຍຂ້າມຊາດແບບຜິດກົດໝາຍ ແລະ ອື່ນໆ ຊຶ່ງເປັນການນໍາໃຊ້ເສັ້ນທາງຄື: ທາງນໍ້າ, ທາງບົກ ແລະ ທາງອາກາດ ທີ່ີມີຄວາມສັບຊ້ອນ ແລະ ເລິກແລບກວ່າເກົ່າ. ສະນັ້ນ ເພື່ອເປັນການຕ້ານ ແລະ ສະກັດກັ້ນ ການກໍ່ອາຊະກໍາຂ້າມຊາດ ພວກເຮົາຕ້ອງໄດ້ຄໍານຶງເຖິງການຮ່ວມມື ລະຫວ່າງ ປະເທດ ທັງນີ້ກໍເພື່ອເສີມສ້າງຄວາມເຂັ້ມແຂງຂອງອົງການຕຸລາການ ລວມທັງເປັນການພັດທະນາສັກກະຍາພາບບຸກຄະລາກອນພາຍໃນອົງກອນ ໃຫ້ເຮັດວຽກຮ່ວມກັນຢ່າງມີປະສິດ ທິພາບ ແລະ ມີການຊ່ວຍເຫລືອ ຊຶ່ງກັນ ແລະ ກັນ ທາງດ້ານກົດໝາຍ ເພື່ອເຮັດໃຫ້ອົງການຕຸລາການ ກໍຄືສານ ທີ່ມີໜ້າທີ່ຕົ້ນຕໍໃນການຕັດສິນ, ພິພາກສາ ລົງໂທດບັນດາບຸກຄົນ ຫລື ນິຕິບຸກຄົນ ກໍຄືອົງກອນອາຊະຍາກອນເຫລົ່ານັ້ນ. ສຳລັບໃນນີ້, ກໍຕ້ອງໄດ້ຜ່ານການແລກປ່ຽນບົດຮຽນ, ປຶກສາຫາລື, ກົນໄກການປະສານສົມທົບ ແລະ ສິ່ງທີ່ຈະເຮັດໃຫ້ການຮ່ວມມືມີປະສິດທິພາບສູງຍິ່ງຂຶ້ນ ກໍຄືການທົບທວນຄືນບັນຫາທີ່ຄວນແກ້ໄຂປັບປຸງ ແລະ ຄວນເພີ່ມທະວີ, ຍົກສູງ, ສືບຕໍ່ ແລະ ພັດທະນາໃຫ້ດີຍິ່ງຂຶ້ນເປັນກ້າວໆ.

ທ່ານ ກິແກ້ວ ໄຂຄໍາພິທູນ ຍັງຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໃນການປຶກສາຫາລື, ແລກປ່ຽນບົດຮຽນ, ຕີລາຄາຄືນ ຜົນສຳເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນການປະຕິບັດຕົວຈິງຜ່ານມາ ເພື່ອຮ່ວມກັນຄົ້ນຄວ້າ, ຊອກຫາທິດທາງ, ວິທີການ ເພື່ອແກ້ໄຂຂໍ້ຄົງຄ້າງ ແລະ ຫຍຸ້ງຍາກຕ່າງໆ. ພ້ອມດຽວກັນນັ້ນ, ກໍໃຫ້ສືບຕໍ່ພັດທະນາຂໍ້ສະດວກ ແລະ ພ້ອມກັນວາງແຜນການ ໃນການສືບຕໍ່ຮ່ວມມືກັນ ເພື່ອຕ້ານ ແລະ ສະກັດກັ້ນ ໄພອັນຕະລາຍຕ່າງໆ ຈາກອາຊະຍາກຳຂ້າມຊາດ ໃຫ້ທັນສະພາບການ, ທຸກຮູບແບບ ແລະ ບັນຫາທ້າທາຍຕ່າງໆຂອງຍຸກສະໄໝ.

(ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...