spot_img
Homeຂ່າວເຫດການເປີດຂະບວນການສັກຢາກັນພະຍາດແຫ່ງຊາດ!

ເປີດຂະບວນການສັກຢາກັນພະຍາດແຫ່ງຊາດ!

Published on

20141112150655

 

ກະຊວງ​ສາທາລະນະ​ສຸກ ໄດ້ເປີດ​ບັ້ນ​ປຸກລະດົມ​ຂະ​ບວນ​ການ ສຳລັບ​ວັນ​ສັກ​ຢາ​ກັນ​ພະຍາດແຫ່ງ​ຊາດ ເພື່ອ​ກຳ

ຈັດ​ພະຍາດໝາກ​ແດງ​ໃຫຍ່ ແລະ ໝາກແດງ​ນ້ອຍ ໃນ​ຕອນ​ເຊົ້າ​ວັນ​ທີ 12 ພະຈິກ 2014 ຢູ່​ທີ່​ຫໍ​ປະຊຸມ​ແຫ່ງຊາດ

(ຫຼັກ6) ນະຄອນຫຼວງ​ວຽງຈັນ ໃຫ້​ກຽດ​ເຂົ້າ​ຮ່ວມ​ງານ​ຂອງທ່ານ ຈູມ​ມາລີ ໄຊ​ຍະ​ສອນ ເລຂາ​ທິ​ການ​ໃຫຍ່ ຄະນະ​ບໍ

ລິຫານງານ​ສູນ​ກາງ​ພັກ ປະທານ​ປະເທດແຫ່ງ ​ສປປ ລາວ ທ່ານ ​ດຣ. ສິນລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນ​ຫຼວງ

ພ້ອມ​ດ້ວຍ​ບັນດາ​ລັດຖະ​ມົນຕີ​ວ່າການ-ຊ່ວຍ​ວ່າການ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ ຫົວໜ້າ​ກົມ ຫ້ອງການ ພະນັກ

ງານກ່ຽວຂ້ອງແລະ ຜູ້ຕາງໜ້າ​ຈາກອົງ​ການຈັດຕັ້ງ​ສາກົນ.

 

ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ກ່າວ​ວ່າ: ເປົ້າ​ໝາຍ​ການ​ປຸກ

ລະດົມ​ຂະບວນ​ການ​ສັກ​ຢາ​ຄັ້ງ​ນີ້ ເພື່ອ​ແນໃສ່​ຫັນ​ເອົາ​ຂະ​ບວນ​ການ​ກະກຽມ ແລະ ຈັດ​ຕັ້ງ​ປະຕິບັດ​ວັນ​ສັກ​ຢາກັນ​ພະ

ຍາດ​ແຫ່ງ​ຊາດ ໃຫ້​ກາຍເປັນ​ພາລະ​ໜ້າທີ່ ແລະ ຄວາມຮັບຜິດຊອບ​ຂອງ​ທົ່ວ​ພັກ-ລັດ ກໍ່ຄື​ທົ່ວ​ປວງ​ຊົນ ເພື່ອ​ສ້າງ

​ເງື່ອນໄຂໃຫ້ການ​ສັກ​ຢາ​ກັນ​ພະຍາດ​ແຫ່ງຊາດ ບັນລຸ​ໄດ້ 95% ຂຶ້ນ​ໄປ​ໃນຂອບ​ເຂດ​ທົ່ວ​ປະເທດ ເຊິ່ງ​ກະຊວງ​ສາທາລະ

ນະ​ສຸກ ໄດ້​ກຳນົດເອົາ​ລະຫວ່າງວັນ​ທີ 17-30 ພະຈິກ 2014 ເປັນ​ໄລຍະ​ການ​ສັກຢາ​ກັນ​ພະຍາດໝາກແດງ​ໃຫຍ່ ແລະ

ໝາກ​ແດງນ້ອຍ ເພື່ອ​ກຳຈັດ​ພະຍາດ​ດັ່ງກ່າວ​ໃຫ້​ໝົດ​ໄປ ໂອກາດ​ນີ້ ກໍ່​ຮຽກຮ້ອງ​ມາ​ຍັງ​ພໍ່ແມ່​ປະຊາຊົນ​ບັນດາເຜົ່າ

ໄດ້​ພ້ອມກັນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າຮ່ວມ​ຂະ​ບວນ​ການ​ສັກ​ຢາ​ກັນ​ພະຍາດ​ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ ຜູ້​ປົກ

ຄອງ​ທີ່​ມີ​ເດັກນ້ອຍອາຍຸ​ແຕ່ 9 ເດືອນຫາ 10 ປີ ສາມາດ​ພາລູກ​ຫຼານ​ໄປ​ສັກ​ຢາ ແລະ ຢອດ​ຢາກັນ​ພະຍາດໝາກແດງ

​ໃຫຍ່ ແລະ ໝາກ​ແດງນ້ອຍ ໄດ້​ໂດຍ​ບໍ່ເສຍ​ຄ່າ.

 

ສຳລັບ​ບັ້ນ​ປຸກລະດົມ ​ຂະ​ບວນການ​ສັກ​ຢາ​ກັນ​ພະຍາດ​ໝາກແດງ​ໃຫຍ່ ແລະ ໝາກ​ແດງ​ນ້ອຍ ຈະ​ໄດ້​ສືບຕໍ່​ເປີດ​ຂະ

​ບວນ​ດັ່ງກ່າວ ຢູ່​ແຂວງ​ໄຊ​ສົມບູນ ຫົວພັນ ຊຽງຂວາງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...