spot_img
Homeຂ່າວພາຍ​ໃນພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫລີມສະຫລອງ ວັນຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ແລະ 55...

ພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫລີມສະຫລອງ ວັນຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ແລະ 55 ປີ ແຫ່ງການສ້າງຕັ້ງອາຊຽນ

Published on

ວັນທີ 8 ສິງຫາ 2022, ທ່ານ ສະເຫຼີມໄຊ ກົມມະສິດ,​ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງ ວັນຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997) ແລະ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967- 8 ສິງຫາ 2022), ທີ່ ກະຊວງການຕ່າງປະເທດ ໂດຍມີບັນດາລັດຖະມົນຕີທີ່ຮັບຜິດຊອບສາມເສົາຄໍ້າປະຊາຊົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດຂອງບັນດາປະເທດສະມາຊິກອາຊຽນປະຈໍາ ສປປ ລາວ, ຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຄວາມໝາຍອັນສໍາຄັນຂອງອາຊຽນ ກໍຄືຜົນສໍາເລັດດ້ານຕ່າງໆທີ່ອາຊຽນຍາດມາໄດ້ຕະຫລອດໄລຍະ 55 ປີຜ່ານມາ, ໂດຍສະເພາະການຮ່ວມມື ຕາມວິຖີທາງຂອງອາຊຽນ ທີ່ໄດ້ຮັບຜົນສໍາເລັດເປັນກ້າວໆມາຈົນກາຍເປັນປະຊາຄົມອາຊຽນໃນປະຈຸບັນ ແລະ ເປີດກວ້າງການຮ່ວມມືກັບພາຍນອກ ໂດຍອາຊຽນເປັນແກນກາງ, ຊຶ່ງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນກໍຄືໃນໂລກ. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຍົກ ໃຫ້ເຫັນການປະກອບສ່ວນຂອງ ສປປ ລາວ ໃນວຽກງານອາຊຽນ ຕະຫລອດ 25 ປີ ຜ່ານມາ ແລະ ຢືນຢັນ ຄວາມຫມາຍຫມັ້ນຂອງ ສປປ ລາວ ທີ່ຈະສືບຕໍ່ຮ່ວມມືກັບປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກ ຂອງອາຊຽນ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງໃນຕໍ່ຫນ້າ, ລວມທັງເພື່ອກະກຽມການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ແຫຼ່ງຂ່າວຈາກ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...