Homeຂ່າວພາຍ​ໃນລະທຶກ! ກະເຊົ້າເຊັດກະຈົກຕຶກ ວັນ ເວີນດ໌ເທຣດ ເຊັນເຕີ້ ສະລິງຂາດຊັ້ນ 69 ພະນັກງານຫ້ອຍຕ່ອງແຕ່ງກ່ວາ 2 ຊົ່ວໂມງ!

ລະທຶກ! ກະເຊົ້າເຊັດກະຈົກຕຶກ ວັນ ເວີນດ໌ເທຣດ ເຊັນເຕີ້ ສະລິງຂາດຊັ້ນ 69 ພະນັກງານຫ້ອຍຕ່ອງແຕ່ງກ່ວາ 2 ຊົ່ວໂມງ!

Published on

Workers look out at a broken scaffolding that had stranded window washers earlier on the side of 1 World Trade Center in New

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ພະຈິກນີ້ວ່າ ເກີດເຫີດສະລິງກະເຊົ້າເຊັດກະຈົກຂາດ ໃນລະຫວ່າງ

ທີ່ພະນັກງານກຳລັງເຊັດກະຈົກຢູ່ຊັ້ນທີ 69 ຂອງຕຶກ ວັນ ເວີນດ໌ເທຣດ ເຊັນເຕີ້ ໃຈກາງມະຫານະຄອນນິວຢອກ

ສະຫະລັດອາເມຣິກາ ໂຊກດີທີ່ບໍ່ມີໃຜເສຍຊີວິດ ເພາະໄດ້ຮັບການຊ່ວຍເຫລືອລົງມາໄດ້.

 

ເຫດການດັ່ງກ່າວ ເກີດຂຶ້ນໃນເວລາຕອນທ່ຽງຂອງວັນທີ 12 ພະຈິກຜ່ານມາ ໂດຍ ທ້າວ ຮວນ ລິຊາມາ ອາຍຸ 41

ປີ ແລະ ທ້າວ ຮວນ ໂລເປດ ອາຍຸ 33 ປີ ພະນັກງານເຊັດກະຈົກທັງສອງຄົນ ໄດ້ຂຶ້ນໄປໃນກະເຊົ້າ ເພື່ອເຮັດໜ້າທີ່

ເຊັດກະຈົກແຕ່ລະຊັ້ນຂອງຕຶກ ວັນ ເວີນດ໌ເທຣດ ເຊັນເຕີ້ ເຊິ່ງສູງກ່ວາ 541 ແມັດ ແລະ ຫາກໍເປີດໃຫ້ພະນັກງານ

ເຂົ້າໄປເຮັດວຽກເມື່ອອາທິດທີ່ຜ່ານມາ, ໃນລະຫວ່າງທີ່ພະນັກງານທັງສອງຄົນ ກຳລັງເຊັດກະຈົກມາຮອດຊັ້ນທີ

69 ກໍໄດ້ເກີດເຫດສາຍສະລິງທີ່ຍຶດກະເຊົ້າໄຟຟ້າໄວ້ນັ້ນຂາດເບື້ອງໜຶ່ງ ຈົນເຮັດໃຫ້ກະເຊົ້າອຽງລົງມາອີກຂ້າງໜຶ່ງ

ແລະ ບໍ່ສາມາດເຮັດວຽກຕໍ່ໄດ້ອີກ ເຊິ່ງເປັນເຫດທີ່ໜ້າຫວາດສຽວທີ່ສຸດ.

 

ພະນັກງານທັງສອງຄົນ ຕິດຢູ່ເທິງກະເຊົ້າທີ່ຫ້ອຍຕ່ອງແຕ່ງໃນຄວາມສູງດັ່ງກ່າວນັ້ນ ເປັນໄລຍະເວລາກ່ວາ 2 ຊົ່ວ

ໂມງ ທາງເຈົ້າໜ້າທີ່ກູ້ໄພຈິ່ງສາມາດນຳເອົາພວກກ່ຽວລົງມາໄດ້ ດ້ວຍວິທີການຕັດກະຈົກຈາກພາຍໃນຕຶກອອກ

ມາ ເພື່ອດຶງເອົາຕົວຂອງທັງສອງຄົນເຂົ້າໄປໄດ້ຢ່າງປອດໄພ.

 

Stranded window washers hang on the side of One World Trade Center

Stranded window washers hang on the side of One World Trade Center in New York

Stranded window washers hang on the side of 1 World Trade Center in New York

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...