spot_img
Homeຂ່າວຢາເສບຕິດປກສ ແຂວງຄຳມ່ວນ ມ້າງເຄືອຂ່າຍຢາບ້າ 20,000 ພັນເມັດ

ປກສ ແຂວງຄຳມ່ວນ ມ້າງເຄືອຂ່າຍຢາບ້າ 20,000 ພັນເມັດ

Published on

ເຈົ້າຫນ້າທີ່ວິຊາສະເພາະກອງບັນຊາການ ປກສ ແຂວງຄໍາມວນ ສົມທົບກັບ ປກສ ກຸ່ມ ແລະ ອົງການ ປົກຄອງບ້ານເລົ່າຄາ ເມືອງຫີນບູນ ໄດ້ລົງມ້າງເຄືອຂ່າຍຢາເສບຕິດຢູ່ເຂດບ້ານເລົ່າຄາ ສາມາດຈັບເປົ້າຫມາຍ ໄດ້ 3 ຄົນ ພ້ອມຂອງກາງຢາບ້າ 10 ມັດ ຫຼື 20.000 ເມັດ.

ຜ່ານການສືບສວນ-ສອບສວນເຈົ້າຫນ້າທີ່ຕໍາຫຼວດພະແນກ ປກສ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບລາຍງານ ພ້ອມທັງນໍາກໍາລັງລົງປະສານສົມ ທົບກັບ ປກສ ກຸ່ມ ແລະ ອົງການປົກຄອງບ້ານ ຈຶ່ງສາມາດກັກຕົວ ເປົ້າຫມາຍຊື່ ທ້າວ ບຸນຫຼາຍ ຫຼື ເຕ້ຍ ອາຍຸ 17 ປີ ຢູ່ບ້ານຜາງຊ້າງເມືອງ ຄູນຄໍາ ແຂວງຄໍາ ມ່ວນ, ທ້າວ ບຸນຈັນ ຫຼື ແສງ ອາຍຸ 17 ປີ ບ້ານວຽງຄໍາ ແລະ ທ້າວ ໂກ້ ອາຍຸ 17 ປີ ທັງສອງຢູ່ບ້ານວຽງຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ຜ່ານການສອບສວນພວກກ່ຽວຮັບສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວແມ່ນເປັນຂອງພວກກ່ຽວແທ້, ເຊິ່ງໄດ້ຊື້ຈາກກຸ່ມຄ້າ-ຂາຍຮ່ວມຂະບວນການດຽວກັນ ເພື່ອນໍາໄປ ຈໍາຫນ່າຍໃຫ້ພວກໄວລຸ້ນຕາມຂອບເຂດບ້ານ.

ສຳລັບຄະດີດັ່ງກ່າວ, ປັດຈຸບັນແມ່ນຢູ່ໃນຂັ້ນຕອນການສືບຕໍ່ເກັບກໍາຂໍ້ມູນຫຼັກຖານ ພ້ອມທັງສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອມາດໍາເນີນຄະດີຕາມກົດຫມາຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...