Homeຂ່າວຕ່າງປະເທດມະຫາເສດຖີເມັດພືດລາຍໃຫຍ່ຢູເຄຣນ ເສຍຊີວິດຈາກການຖືກລູກສອນໄຟ

ມະຫາເສດຖີເມັດພືດລາຍໃຫຍ່ຢູເຄຣນ ເສຍຊີວິດຈາກການຖືກລູກສອນໄຟ

Published on

ເກີດເຫດການຍິງລູກສອນໄຟຖະລົ່ມເມືອງ​ທ່າ​​ທາງ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ ສົ່ງຜົນໃຫ້ເຈົ້າຂອງບໍລິສັດຜະລິດ ເມັດພືດທີ່ໃຫຍ່ທີ່ສຸດແຫ່ງຫນຶ່ງຂອງຢູເຄລນເສຍຊີວິດ.

ອີງຕາມການລາຍງານຂອງສຳນັກຂ່າວ ອາຈາສິລາ ໃນວັນ​ທີ 1 ສິງ​ຫາ 2022,  ລາຍ​ງານ​ວ່າ ຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນ ໄດ້ທະວີຄວາມຮຸນແຮງລາມຈົນມາຮອດເມືອງ​ທ່າ​ເຮືອ Mykolayiv. ພາກ​ໃຕ້​ຂອງ​ຢູເຄຣນ​ ສົ່ງຜົນໃຫ້ເຈົ້າຂອງບໍລິສັດຫນຶ່ງໃນຜູ້ຜະລິດເມັດພືດທີ່ໃຫຍ່ທີ່ສຸດ ຂອງ ຢູເຄຣນເສຍຊີວິດ.

ເຈົ້າຫນ້າທີ່ທ້ອງຖິ່ນກ່າວວ່າ: ທ່ານ ໂອເລັກຊີ ວາດາເທີສກີ  (Oleccey Vadatersky), ຜູ້ກໍ່ຕັ້ງແລະເຈົ້າຂອງບໍລິສັດກະສິກໍາ ນິບູລອນ (Nibulon), ໄດ້ເສຍຊີວິດກັບພັນລະຍາຂອງລາວຢູ່ໃນເຮືອນຂອງພວກເຂົາ.

Nibulon ມີສໍານັກງານໃຫຍ່ຢູ່ໃນເມືອງ ມິໂຄລະຍີບ Mykolaiv. ເມືອງທ່າທີ່ສຳຄັນທາງ​ຍຸດ​ທະ​ສາດ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ພາກ​ພື້ນ ເຄີຊອນ Kherson ທີ່ຖືກຣັດ​ເຊຍ​ຍຶດຄອງ.

ສຳລັບ Nibulon ເປັນບໍລິສັດທີ່ມີຄວາມຊ່ຽວຊານໃນການຜະລິດ ແລະ ການສົ່ງອອກເຂົ້າສາລີ, ເຂົ້າບາເລ້ ແລະ ສາລີ, ມີກອງເຮືອ ແລະ ເຮືອເປັນຂອງຕົນເອງ.

ທ່ານ ໂວໂລດິເມຍ ເຊເລນສະກີ Volodymyr Zelensky, ປະທານາທິບໍດີຢູເຄຣນ ກ່າວວ່າ: ການເສຍຊີວິດຂອງ Vadatersky ມັນເປັນການສູນເສຍອັນໃຫຍ່ຫຼວງສໍາລັບຢູເຄຣນ ພ້ອມລະບຸວ່ານັກທຸລະກິດລາຍນີ້ແມ່ນຢູ່ໃນຂະບວນການສ້າງຕະຫຼາດເມັດພືດຂະຫນາດໃຫຍ່ທີ່ກ່ຽວຂ້ອງກັບເຄືອຂ່າຍການຂົນສົ່ງທາງເຮືອອີກດ້ວຍ.

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...