Homeຂ່າວການຮ່ວມມື2 ກອງບັນຊາການ ສືບຕໍ່ຮ່ວມມືສຶກສາອົບຮົມ ປະຊາຊົນໃຫ້ເຄົາລົບກົດໝາຍ

2 ກອງບັນຊາການ ສືບຕໍ່ຮ່ວມມືສຶກສາອົບຮົມ ປະຊາຊົນໃຫ້ເຄົາລົບກົດໝາຍ

Published on

ກອງບັນຊາການ ປກສ ແຂວງຄໍາມ່ວນ ສປປ ລາວ ແລະ ກອງບັນຊາການ ປກສ ແຂວງກວາງບິງ ສສ ຫວຽດນາມ ຮ່ວມມືກັນເພີ່ມທະວີວຽກງານໂຄສະນາສຶກສາອົບຮົມ ໃຫ້ປະຊາຊົນຂອງສອງປະເທດ ຕາມ ຂອບເຂດຊາຍແດນ ເຄົາລົບປະຕິບັດລະບຽບກົດຫມາຍ ແລະ ຮີດຄອງປະເພນີໃຫ້ຫຼາຍຂຶ້ນ ເພື່ອຫັນໃສ່ໃນ ການຕິດຕາມ, ຄຸ້ມຄອງ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ໃຫ້ຫຼຸດລົງ.

ໃນກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ ຂອງກອງບັນຊາການ ປກສ ແຂວງ ຄໍາມ່ວນ ສປປ ລາວ ແລະ ກອງບັນຊາການ ແຂວງກວາງບິງ ສສ ຫວຽດນາມ ທີ່ຈັດຂຶ້ນໃນທ້າຍອາທິດຜ່ານ ມານີ້, ຝ່າຍລາວນໍາໂດຍ ທ່ານ ທິບພະຈັນ ໂພໄຊ ຫົວຫນ້າກອງບັນຊາການ ປກສ ແຂວງຄໍາມ່ວນ, ຝ່າຍ ຫວຽດນາມນໍາໂດຍ ພັອ ຫງວຽນ ຫົວ ເກີບ ຫົວຫນ້າກອງບັນຊາການ ປກສ ແຂວງກວາງບິງ, ມີຄະນະ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສຳລັບກອງປະຊຸມໄດ້ພ້ອມກັນຄວ້າຄວ້າ ແລະ ຕົກລົງເຫັນດີເປັນເອກະພາບກັນ ເພື່ອສືບຕໍ່ຮ່ວມມືກັນເພີ່ມ ທະວີໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນຂອງສອງປະເທດທີ່ດໍາລົງຊີວິດຢູ່ລຽບຕາມ ເຂດຊາຍແດນ ໃຫ້ເຄົາລົບລະບຽບກົດຫມາຍ ແລະ ຮີດຄອງປະເພນີຂອງປະເທດຕົນໃຫ້ເຂັ້ມງວດຂຶ້ນ.

ໃນຕອນທ້າຍກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ໄດ້ພ້ອມກັນລົງນາມເຊັນບົດບັນທຶກຊ່ວຍຈໍາ ໃນ ການຮ່ວມມືຮັກສາຄວາມສະຫງົບ, ລົງນາມໂດຍ ນ້ອ ທິບພະຈັນ ໂພໄຊ ຫົວຫນ້າກອງບັນຊາການ ປກສ ແຂວງຄໍາມວນ ສປປ ລາວ ແລະ ພ້ອ ຫງວຽນ ຫິວ ເຫີບ ຫົວຫນ້າກອງບັນຊາການ ປກສ ແຂວງກວາງບິງ ສສ ຫວຽດນາມ, ມີຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ແຫຼ່ງຂ່າວ:ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...