Homeຂ່າວຕ່າງປະເທດຫວຽດນາມ-ສ.ອາເມລິກາ ປຶກສາຫາລືຄວາມໝັ້ນຄົງດ້ານພະລັງງານ ຄັ້ງທີ4

ຫວຽດນາມ-ສ.ອາເມລິກາ ປຶກສາຫາລືຄວາມໝັ້ນຄົງດ້ານພະລັງງານ ຄັ້ງທີ4

Published on

ຕາມ​ຂ່າວ​ຈາກ VOVWORLD, ວັນ​ທີ 29​ ກໍລະກົດ​ນີ້, ການສົນທະນາປະຈຳປີ ຄວາມໝັ້ນຄົງດ້ານພະລັງງານ ຫວຽດນາມ – ສ.ອາເມລິກາ ຄັ້ງທີ 4 ໄດ້ຈັດ​ຂຶ້ນ ລະຫວ່າງ ວັນທີ 27 – 28 ກໍລະກົດ ຢູ່ນະຄອນຫລວງ ວໍຊິງຕັນ ດີຊີຂອງ ສ.ອາເມລິກາ.

ໃນການສົນທະນາຄັ້ງນີ້ ທ່ານ ດັ່ງຮ່ວາງອານ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ-ການຄ້າ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ພົບ​ປະກັນ ທ່ານ ຮາຣີ ກາ​ເມນ (Harry Kamian) ຜູ້ຊ່ວຍ ລັດຖະມົນຕີ ການຕ່າງ ປະເທດ, ຮັບຜິດຊອບ ດ້ານພະລັງງານ ຂອງກະຊວງ ການຕ່າງປະເທດ ອາເມລິກາ ​ເພື່ອປຶກສາຫາລື ຢ່າງລະອຽດ ກ່ຽວກັບ ບັນດາ ເຕັກໂນໂລຢີ ພະລັງງານສະອາດຄື ​ໄຮ​ໂດຣ​ເຈນ (hydrogen), ຖ່ານເກັບ ພະລັງງານ, ພະລັງງານ ນິວເຄລຍ, ກໍຄືບັນດາແຜນການ ທີ່ຈຳເປັນ ເພື່ອຊຸກຍູ້ການຫັນເປັນ ພະລັງງານ ເພື່ອແນໃສ່ ບັນລຸໄດ້ເປົ້າໝາຍ ປ່ອຍອາຍພິດ ລົງລະດັບ 0 ໃນປີ 2050. ກຸ່ມບໍລິສັດ AES ຫວັງວ່າ: ການຜັນຂະຫຍາຍໂຄງການໄຟຟ້າ ແຮງລົມ ຢູ່ກາງທະເລ ຈະປະກອບສ່ວນເຂົ້າໃນ ແຜນການຫລຸດຜ່ອນການປ່ອຍ ກາກບອນຂອງ ຫວຽດນາມ ແລະ ບັນລຸເປົ້າໝາຍ ທີ່ໄດ້ໃຫ້ຄຳໝັ້ນ ສັນຍາ ຢູ່ກອງປະຊຸມ COP 26.

ນອກນັ້ນ, ອົງການ ການຄ້າ ແລະ ພັດທະນາ ສ.ອາເມລິກາ ໄດ້ປະກາດຈະໜູນຊ່ວຍ ດ້ານເຕັກນິກໃຫ້ແກ່ ບໍລິສັດໃຫຍ່ສົ່ງໄຟຟ້າ ແຫ່ງຊາດ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍເຕັກໂນໂລຢີ ຕາໜ່າງໄຟຟ້າ ອັດສະລິຍະຕາມຂັ້ນຕອນ ເຕັກໂນໂລຢີ ຂໍ້ມູນຂ່າວສານ 2.0 ຂອງກຸ່ມບໍລິສັດ ໄຟຟ້າ ຫວຽດນາມ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...