spot_img
Homeຂ່າວຢາເສບຕິດສານຕັດສິນປະຫານຊີວິດ ຊາຍອາຍຸ 38 ປີ ມີຄວາມຜິດການຄອບຄອງ-ຂົນສົ່ງຢາເສບຕິດ

ສານຕັດສິນປະຫານຊີວິດ ຊາຍອາຍຸ 38 ປີ ມີຄວາມຜິດການຄອບຄອງ-ຂົນສົ່ງຢາເສບຕິດ

Published on

ອີງຕມການລາຍງານຂອງໜັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ຊາຍອາຍຸ 38 ປີ ມີຄວາມຜິດທາງອາຍາໃນການ ມີອາວຸດເສິກ ແລະ ວັດຖຸລະເບີດໄວ້ໃນຄອບຄອງ,ຂົນສົ່ງ ແລະ ມີຢາເສບຕິດ ປະເພດຢາຢາບ້າ,ໄວ້ໃນຄອບຄອງ,ຂົ່ນສົ່ງ ແລະ ຄອບຄອງສານເຄມີ ເພື່ອໃຊ້ໃນການຜະລິດຢາເສບຕິດ ຖືກຄະນະສານອາຍາຂອງສານປະຊາຊົນແຂວງອຸດົມໄຊ ຕັດສິນລົງໂທດປະທານຊີວິດ.

ທ້າວ ສົມລິ ເລົ່າ ອາຍຸ 38 ປີ, ຢູ່ບ້ານປ່າສັກ, ເມືອງໄຊ ແຂວງອຸດົມໄຊ ຖືກດໍາເນີນຄະດີໃນຄັ້ງວັນທີ 21 ກໍລະກົດ 2022 ຍ້ອນຜູ້ກ່ຽວມີຄວາມຜິດທາງອາຍາຫຼາຍມາດຕາ ເຊິ່ງໃນສໍານວນຄະດີໄດ້ລະບຸວ່າ: ໃນເວລາປະມານ 20 ໂມງ ຂອງວັນທີ 25 ພຶດສະພາ 2021 ເຈົ້າໜ້າທີ່ ປກສ ແຂວງ ອຸດົມໄຊ ໄດ້ຮັບການລາຍງານວ່າ ໄດ້ມີລົດກະບະຮຸນໄດ ສີຂາວ (ບໍ່ຮູ້ໝາຍເລກທະບຽນ) ບັນທຸກເຄື່ອງທີ່ສົງໄສວ່າເເມ່ນເຄື່ອງທີ່ຜິດກົດໝາຍເຂົ້າໄປທີ່ເຮືອນຂອງ ທ້າວ ສົມລີ ເລົ່າ ທີ່ບ້ານປ່າສັກ, ພາຍຫຼັງໄດ້ຮັບການລາຍງານ ຈິ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງຕິດຕາມການເຄື່ອນ ໄຫວຂອງເປົ້າໝາຍຢູ່ຈຸດດັ່ງກ່າວ, ມາຮອດເວລາ 8 ໂມງ ຂອງວັນທີ 26 ພຶດສະພາ 2021 ຈິ່ງໄດ້ນຳກຳລັງວິຊາສະເພາະເຂົ້າມ້າງຈຸດດັ່ງກ່າວ ດ້ວຍຮູບການເຂົ້າຈັບກຸມ, ກວດຄົ້ນເຄຫະສະຖານ ແລະ ຍານພາຫະນະຂອງ ທ້າວ ສົມລີ ເລົ່າ ໂດຍຊ້ອງໜ້າອົງການໄອຍະການປະຊາຊົນແຂວງອຸດົມໄຊ ແລະ ອົງການປົກຄອງບ້ານປ່າສັກ, ພົບເຫັນປືນສັ້ນ 9 ມມ 1 ກະບອກ ພ້ອມລູກກະສູນ ຈໍານວນ 25 ລູກ ຢູ່ໃນຖົງຮັດແອວ.

ເຊິ່ງການກວດຄົ້ນເຄຫະສະຖານ (ເຮືອນ) ພົບເຫັນ ເເປ້ງຝຸ່ນສີຂາວ ຈໍານວນ 48 ເປົ້າ ນ້ໍາໜັກ 1.200 ກິໂລກຣາມ ຢູ່ໃນເຮືອນຄົວ, ໝື້ໝາກຟ້າ ຈໍານວນ 5 ຫຼອດ ພ້ອມແກັບໝາກຟ່າ 5 ດອກ ຢູ່ເທິງຕູ້ເຄື່ອງໃນເຮືອນ, ເງິນບາດ ຈໍານວນ 1.030.000 ບາດ ຢູ່ຕູ້ເຊັບໃນຫ້ອງນອນ  ພົບເຫັນຢາບ້າ ຈໍານວນ 183 ແພັກ, ມີ 549 ມັດ ເທົ່າກັບ1.098.000 ເມັດ ນ້ໍາຫນັກ 130,5 ກິໂລກຣາມ ຢູ່ເບາະຫຼັງລົດຄັນດັ່ງກ່າວ. ດັ່ງນັ້ນເຈົ້າໜ້າທີ່ຈິ່ງໄດ້ກັກຕົວ ທ້າວ ສົມລີ ເລົ່າ ພ້ອມເຄື່ອງຂອງກາງຈໍານວນດັ່ງກ່າວ ມາດໍາເນີນການສືບສວນ-ສອບສວນ ຕາມລະບຽບກົດຫມາຍ, ເຄື່ອງຕິດຕົວມີໃບຂັບຂີ່ອອກຊື່ ທ້າວສົມລີ ເລົ່າ ຈໍານວນ 1 ໃບ ແລະ ບັດປະຈໍາຕົວ ຈໍານວນ 1 ບັດ.

ຜ່ານການສືບສວນ-ສອບສວນ ທ້າວ ສົມລີ ເລົ່າ ໄດ້ໃຫ້ການຮັບສາລະພາບວ່າ: ໃນເວລາປະມານ 18 ໂມງ ຂອງວັນທີ 25 ພຶດສະພາ 2021 ທ້າວ ດາ ບໍ່ຮູ້ບ້ານ, ຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໄດ້ຂັບຂີ່ລົກກະບະວີໂກ ສີປອນເງິນ ບໍ່ຈື່ໝາຍເລກທະບຽນ ໄດ້ມາສົ່ງຢາບ້າ ຈໍານວນ 183 ແພັກ ມີ 549 ມັດ ເທົ່າກັບ 1.098.000 ເມັດ ນໍ້າຫນັກ 130,5 ກິໂລກຣາມ ໃຫ້ຢູ່ເຮືອນຂອງຕົນບ້ານ ປ່າສັກ, ເມືອງໄຊ, ແຂວງອຸດົມໄຊ ເພື່ອໃຫ້ຕົນຂົນສົ່ງຢາບ້າຈໍານວນດັ່ງກ່າວໄປໃຫ້ຄົນບໍ່ຮູ້ຊື່ຢູ່ເຂດບ້ານ ສີເກີດ, ນະຄອນຫຼວງວຽງຈັນ ຊຶ່ງຕົກລົງຈະໄດ້ຮັບຄ່າຈ້າງ ຈໍານວນ 200 ບາດ ຕໍ່ 1 ມັດ, ສ່ວນຄ່າຈ້າງຂົນສົງເເມ່ນໃຫ້ໄປຮັບເອົງຢູ່ນະຄອນຫຼວງວຽງຈັນ, ຈາກນັ້ນຕົນຈຶ່ງເອົາຢາບ້າຈໍານວນດັ່ງກ່າວຊຸກເຊື່ອງຢູ່ໃນລົດກະບະລີໂວ ສີຂາວມຸກ ໝາຍເລກທະບຽນ ກໍາແພງນະຄອນ ຣຫ 5689 ຕໍ່ມາໃນເວລາປະມານ 20 ໂມງ ຂອງວັນດຽວກັນ ມີທ້າວ ກວາງ ( ຄົນຫວຽດນາມ ) ບໍ່ຮູ້ທີ່ຢູ່ ໄດ້ຂັບຂີ່ລົດກະບະຮຸນໄດ ສີຂາວ ບໍ່ຈື່ໝາຍເລກ ທະບຽນ ມາສົ່ງແປ້ງຝຸ່ນໃຫ້ຕົນຢູ່ເຮືອນ ຈໍານວນ 48 ເປົາ, ນ້ໍາໜັກ 1.200 ກິໂລກຣາມ ເພື່ອໃຫ້ຂົນສົ່ງໄປ ນະຄອນຫຼວງວຽງຈັນ ໂດຍຮັບຄ່າຈ້າງ ເປັນຈໍານວນ 150.000 ບາດ ຕໍ່ 1 ໂຕນ, ສ່ວນຄ່າຈ້າງເເມ່ນໃຫ້ຕົນໄປຮັບເອົາຢູ່ປາຍທາງ ຈາກນັ້ນ ຕົນຈຶ່ງໄດ້ເອົາເເປ້ງຝຸ່ນຈໍານວນ 48 ເປົາ ໄປຊຸກເຊື່ອງໄວ້ໃນເຮືອນຄົວ, ມາຮອດຕອນເຊົ້າຂອງວັນທີ 26 ພຶດສະພາ 2021 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວພ້ອມເຄື່ອງຂອງກາງມາດໍາເນີນຄະດີຕາມກົດໝາຍ.

ດ້ວຍຫຼັກຖານດັ່ງກ່າວ ຄະນະສານອາຍາ ສານປະຊາຊົນແຂວງອຸດົມໄຊ ຈຶ່ງໄດ້ພິຈາລະນາລົງໂທດຕັດອິດສະຫຼະພາບ ຕາມປະເດັນຄຳຕັດສິນ ເລກທີ 081/ຂຕ.ອ ລົງວັນທີ 21 ກໍລະກົດ 2022 ວ່າ: ທ້າວ ສົມລີ ເລົາ (ຈໍາເລີຍ) ມີຄວາມຜິດທາງອາຍາໃນຂໍ້ຫາມີອາວຸດເສິກ ແລະ ວັດຖຸລະເບີດໄວ້ໃນຄອບຄອງໃຫ້ຈຳຄຸກ 01 ປີ ແລະ ປັບໃໝ 5.000.000 ກີບ ແລະ ໃນສະຖານ ມີການຂົນສົ່ງຢາບ້າ, ມີຢາບ້າໄວ້ໃນຄອບຄອງ; ຂົນສົ່ງ ແລະ ມີສານເຄມີ (ແປ້ງຄາເຟອິນ) ເພື່ອນໍາໃຊ້ປຸງແຕ່ງຢາເສບຕິດ ໄວ້ໃນຄອບຄອງ, ລວມໂທດປະຫານຊີວິດ, ຮີບຢາບ້າ ຈໍານວນ 183 ແພັກ, ມີ 549 ມັດ, ເທົ່າກັບ 1.098.000 ເມັດ, ນໍ້າໜັກ 130,5 ກິໂລກຣາມ ແລະ ແປ້ງຄາເຟອິນ ຈຳນວນ 48 ເປົາ, ນ້ຳໜັກ 1.200 ກິໂລກຣາມ ຂອງທ້າວ ສົມລີ ເລົ່າ (ຈຳເລີຍ) ມາທຳລາຍຖິ້ມ, ຮີບປືນສັ້ນ 9ມມ ພ້ອມດ້ວຍລູກ ຈໍານວນ 25 ລູກ ແລະ ວັດຖຸລະເບີດ ສະນິດໜາກຟ່າ 05 ຫຼອດ ພ້ອມແກັບ 05 ດອກ ມາເປັນຂອງລັດ ແລ້ວມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຄຸ້ມຄອງຮັກສາໄວ້ຕາມລະບຽບກົດໝາຍ, ຮີບເງິນຈຳນວນ 480.000 ບາດ ທີ່ໄດ້ຈາກການກະທຳຜິດ ແລະ ລົດກະບະ ລີໂວ (REVO) ສີຂາວມຸກ ໝາຍເລກທະບຽນກຳແພງນະຄອນ ຣຫ 5689 ຂອງທ້າວ ສົມລີ ເລົ່າ (ຈໍາເລີຍ) ທີ່ໄດ້ນໍາໃຊ້ເຂົ້າໃນການກະທຳຜິດ ມາເປັນຂອງລັດ.

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...