spot_img
Homeຂ່າວຕ່າງປະເທດອະດີດປະທານາທິບໍດີສີລັງກາຈະເດີນທາງກັບມາສີລັງກາ ຫຼັງຈາກລີ້ໄພຢູ່ຕ່າງປະເທດ

ອະດີດປະທານາທິບໍດີສີລັງກາຈະເດີນທາງກັບມາສີລັງກາ ຫຼັງຈາກລີ້ໄພຢູ່ຕ່າງປະເທດ

Published on

ຄະນະລັດຖະມົນຕີສີລັງກາ ກ່າວວ່າ ອະດີດປະທານາທິບໍດີສີລັງກາ ຣາສປັກຊາ ຄາດວ່າຈະເດີນທາງກັບມາສີລັງກາ ຫຼັງຈາກລີ້ໄພຢູ່ສິງກະໂປ.

ຄະນະລັດຖະມົນຕີສີລັງກາ ເປີດເຜີຍຕໍ່ສື່ມວນຊົນ ໃນວັນອັງຄານທີ່ຜ່ານມານີ້ວ່າ:  ອະດີດປະທານາທິບໍດີສີລັງກາ ໂກຕາບາຢາ ຣາສປັກຊາ ຈະເດີນທາງກັບມາສີລັງກາ ຫຼັງຈາກທີ່ລີ້ໄພຢູ່ສິງກະໂປ ໂດຍລະບຸວ່າລາວບໍ່ໄດ້ໜີໄປລີ້ຢູ່ນັ້ນ ແຕ່ຍັງບໍ່ຮູ້ສາເຫດວ່າລາວຈະເດີນທາງກັບມາມື້ໃດ.

ກ່ອນໜ້ານີ້ ອະດີດຜູ້ນຳສີລັງກາ ໄດ້ລີ້ໄພຢູ່ນອກປະເທດ ຫຼັງຈາກທີ່ສີລັງກາໄດ້ເກີດມີການປະທ້ວງຢ່າງຮຸນແຮງ ເນື່ອງຈາກວິກິດການເສດຖະກິດຄັ້ງໃຫຍ່ໃນສີລັງກາ, ໂດຍ ຣາສປັກສາ ເດີນທາງອອກໄປມັລດີຟ ໃນວັນທີ 13 ກໍລະກົດ ແລະ ໄດ້ເດີນທາງໄປສິງກະໂປ ວັນທີ 14 ກໍລະກົດ ແລ້ວລາວກໍໄດ້ຍື່ນໃບລາອອກ ຢ່າງເປັນທາງການ ໃນວັນທີ 15 ກໍລະກົດ.

ແຫຼ່ງຂ່າວຈາກ ບຣູມເບີກ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...