spot_img
Homeຂ່າວການຮ່ວມມືເສີມຂະຫຍາຍການຮ່ວມມື ລະຫວ່າງສູນກາງແນວລາວສ້າງຊາດ-ສູນກາງແນວໂຮມປະເທດຊາດຫວຽດນາມ

ເສີມຂະຫຍາຍການຮ່ວມມື ລະຫວ່າງສູນກາງແນວລາວສ້າງຊາດ-ສູນກາງແນວໂຮມປະເທດຊາດຫວຽດນາມ

Published on

ໃນວັນທີ 26 ກໍລະກົດ 2022ຜ່ານມາ, ທີ່ສູນກາງແນວລາວສ້າງຊາດ ຈັດພິທີພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຝາຍລາວນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ຝ່າຍຫວຽດນາມ ນຳໂດຍ ທ່ານ ໂດ ວັນ ຈຽນ ຄະນະເລຂາທິການສູນກາງພັກກອມ ມູນິດຫວຽດນາມ ປະທານສູນກາງແນວໂຮມປະເທດຊາດຫວຽດນາມ.


ໂອກາດນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການພັດທະນາເສດຖະ ກິດ-ສັງຄົມ ຂອງແຕ່ລະປະເທດ; ລາຍງານກ່ຽວກັບການເຄື່ອນໄຫວຂອງ ແນວລາວສ້າງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ, ຜົນການຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງສອງອົງການແນວໂຮມ ໄລຍະປີ 2016-2020 ບົນພື້ນຖານແທດ ເໝາະກັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະຝ່າຍ ທີ່ໄດ້ເຊັນຮ່ວມກັນ, ລະບຽບກົດໝາຍທີ່ກ່ຽວຂ້ອງຂອງແຕ່ລະປະເທດ ແລະ ແທດເໝາະກັບ ສົນທິສັນຍາສາກົນທີ່ເປັນສະມາຊິກ.

ທ່ານ ໂດວັນຈຽນ ຍັງໄດ້ປະດັບຫລຽນໄຊ, ຫລຽນກາລະນຶກ ຂອງພັກ-ລັດ ແຫ່ງ ສສ ຫວຽດນາມ ໃຫ້ແກ່ການນຳ, ຄະນະກຳມະການ ແລະ ພະນັກງານສູນກາງແນວລາວສ້າງຊາດ ຈຳນວນ 38 ທ່ານ, ໃນນີ້ ມີລຽນໄຊເອກະລາດຊັ້ນ 3 ຈໍານວນ 2 ທ່ານ, ຫລຽນໄຊແຮງງານ 8 ທ່ານ ແລະ ຫລຽນກາລະນຶກ 28 ທ່ານ. ໃນໂອກາດນີ້, ສອງຝ່າຍ ຍັງໄດ້ແລກປ່ຽນ ແລະ ເປັນເອກະພາບນຳກັນກ່ຽວກັບເນື້ອໃນການຮ່ວມມື ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການ ສູນກາງແນວໂຮມປະເທດຊາດຫວຽດນາມ ໄລຍະປີ 2022-2027. ຈາກນັ້ນ, ສອງຝ່າຍ ກໍໄດ້ເຊັນບົດບັນທຶກການຮ່ວມມື ໃນໄລຍະປີ 2022-2027 ຕື່ມອີກ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...