Homeຂ່າວການຮ່ວມມືເພີ່ມທະວີການພົວພັນ ລະຫວ່າງ ກອງທັບລາວ-ໄທ

ເພີ່ມທະວີການພົວພັນ ລະຫວ່າງ ກອງທັບລາວ-ໄທ

Published on

ໃນວັນທີ 26 ກໍລະກົດທີ່ຜ່ານມາ, ຄະນະສິລະປະກອນ ກອງທັບປະຊາຊົນລາວ ເຊິ່ງ ນໍາໂດຍ ທ່ານ ພັນເອກ ແປ້ນຄໍາ ບຸດຈັນແພງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານພົນເອກ ສະເຫຼີມພົນ ສີສະຫວັດ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງຣາຊະອານາຈັກໄທ ເນື່ອງໃນໂອກາດນຳພາ ຄະນະນັກສະແດງ ສີລະປະກອນ ກອງທັບປະຊາຊົນ ລາວ ຢ້ຽມຢາມ ແລະ ສະແດງແລກປ່ຽນວັດທະນະທຳ ຢູ່ ຣາຊະອານາຈັກ ໄທ ໃນລະຫວ່າງວັນທີ 25 -28 ກໍລະກົດ 2022.

ໃນການເຂົ້າຢ້ຽມຢາມໃນຄັ້ງນີ້ ທ່ານ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ຣາຊະອານາຈັກໄທ ກໍໄດ້ຕີລາຄາສູງຕໍ່ຄະນະສີລະປະກອນກອງທັບປະຊາຊົນລາວທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວການສະແດງສິລະປະວັນນະຄະດີ, ເຊິ່ງເປັນການແລກປ່ຽນວັດທະນະທໍາລະຫວ່າງ ກອງທັບ ແຫ່ງ ຣາຊາອະນາຈັກໄທ ກັບ ກອງທັບປະຊາຊົນລາວ ເວົ້າລວມ ເວົ້າສະເພາະ ເປັນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງສອງກອງທັບໃຫ້ເເໜ້ນແຟ້ນຍິ່ງໆຂື້ນ.

ໂອກາດດຽວກັນນັ້ນ, ທ່ານ ພັນເອກ ແປ້ນຄໍາ ບຸດຈັນແພງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ຣາຊະ ອານາຈັກໄທ ແລະ ໄດ້ລາຍງານແຜນການເຄື່ອນໄຫວຂອງຄະນະສິລະປະກອນກອງທັບປະຊາຊົນລາວທີ່ໄດ້ມາສະແດງແລກປ່ຽນວັດທະນະທໍາໃນຄັ້ງນີ້ ເຊິ່ງເປັນການ ເເລກປ່ຽນສິລະປະວັນນະຄະດີ, ຊີວິດ, ວັດທະນະທໍາ ລະຫວ່າງ ສອງກອງທັບ ລາວ-ໄທ ໂດຍຜ່ານເນື້ອຮ້ອງທໍານອງເພງ ແລະ ເຕັກນິກການສະແດງ ນອກຈາກນີ້ຍັງເປັນການໂຄສະນາເຜີຍ ແຜ່ສີລະປະການສະແດງ ແລະ ວິຖີຊີວິດ ວັດທະນະທໍາອັນດີງາມຂອງປະຊາຊົນລາວບັນດາເຜົ່າອີກດ້ວຍ.

ແຫຼ່ງຂ່າວ: lao national radio

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...