spot_img
Homeຂ່າວຕ່າງປະເທດຍີ່ປຸ່ນພົບຜູ້ຕິດເຊື້ອພະຍາດໝາກສຸກລີງກໍລະນີທຳອິດ

ຍີ່ປຸ່ນພົບຜູ້ຕິດເຊື້ອພະຍາດໝາກສຸກລີງກໍລະນີທຳອິດ

Published on

ຍີ່ປຸ່ນປະກາດ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ຫຼື ຝີດາດລີງ ກໍລະນີທຳອິດຂອງປະເທດ ໂດຍຜູ້ຕິດເຊື້ອມີປະຫວັດ ເດີນທາງໄປຕ່າງປະເທດ.

ອ້າງອີງຈາກ ທາງການຍີ່ປຸ່ນ ລາຍງານວ່າ: ນາງ ຢູອິເກະ ເຈົ້າຄອງນະຄອນໂຕກຽວ ປະກາດຢືນຢັນວ່າຜູ້ຕິດເຊື້ອໝາກສຸກລີງ ກໍລະນີທຳອິດຂອງປະເທດຍີ່ປຸ່ນ ໃນກຸງໂຕກຽວ ໂດຍເປັນຜູ້ຊາຍ ອາຍຸ 30 ປີ ທີ່ມີປະຫວັດເດີນທາງໄປຕ່າງປະເທດ ໂດຍລາວຫາກໍກັບມາຈາກເອີຣົບເມື່ອບໍ່ດົນມານີ້ ໂດຍຂະນະນີ້ຜູ້ປ່ວຍ ກຳລັງຮັກສາໂຕໃນໂຮງໝໍທີ່ກຸງໂຕກຽວ.

ການຢືນຢັນການຕິດເຊື້ອດັ່ງກ່າວ ໄດ້ເກີດຂຶ້ນຫຼັງຈາກທີ່ລັດຖະບານຍີ່ປຸ່ນ ໄດ້ຈັດປະຊຸມເພື່ອຮວບຮວມຂໍ້ມູນ ແລະ ກຽມພ້ອມສຳລັບການກວດເຊື້ອ ແລະ ຮັບມືສຳລັບໄວຣັສໝາກສຸກລີງຕາມຄຣີນິກຕ່າງໆ, ຂະນະທີ່ກະຊວງສາທາລະນະສຸກຂອງຍີ່ປຸ່ນ ຈະມີການຫາລືໃນວັນສຸກນີ້ ວ່າວັກຊີນປ້ອງກັນຝີດາດທີ່ມີຢູ່ ຈະສາມາດນຳມາໃຊ້ຮັກສາຝີດາດລີງໄດ້ບໍ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...