Homeຂ່າວຕ່າງປະເທດຄະນະລັດຖະມົນຕີສີລັງກາ ສາບານຕົນເຂົ້າຮັບຕຳແໜ່ງ

ຄະນະລັດຖະມົນຕີສີລັງກາ ສາບານຕົນເຂົ້າຮັບຕຳແໜ່ງ

Published on

ອີງຕາມການລາຍງານສຳນັກຂ່າວຊີນຫົວ ໃນວັນທີ 22 ກໍລະກົດ 2022  ທີ່ຜ່ານມາ, ລັດຖະມົນຕີ 18 ຄົນ ລວມທັງທ່ານ ດີເນສ ກຸນາວາເດນາ ນາຍົກລັດຖະມົນຕີສີລັງກາ ສາບານຕົນເຂົ້າຮັບຕຳແໜ່ງຄະນະລັດຖະມົນຕີຊຸດໃໝ່ຂອງສີລັງກາ ຕໍ່ໜ້າທ່ານ ລານິວ ວິກົມສິງເຫ ປະທານາທິບໍດີສີລັງກາ

ທ່ານ ດິເນສ ກຸນາວາເດນາ ສາບານຕົນເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີສີລັງກາກ່ອນໜ້ານີ້ ພ້ອມກັນນັ້ນຍັງໄດ້ດຳລົງຕຳແໜ່ງລັດຖະມົນຕີວ່າການກະຊວງການບໍລິຫານລັດຖະກິດກິດຈະການພາຍໃນ ສະພາລະດັບຈັງຫວັດ ແລະ ລັດຖະບານທ້ອງຖິ່ນອີກດ້ວຍ

ຄະນະລັດຖະມົນຕີ ຊຸດໃໝ່ສາບານຕົນເຂົ້າຮັບຕຳແໜ່ງຫຼັງຈາກທ່ານ ລານິວ ວິກົມສິງເຫ ຊະນະການລົງຄະແນນສຽງໃນລັດຖະສະພາເມື່ອວັນທີ 20 ກໍລະກົດ ເພື່ອດຳລົງຕຳແໜ່ງປະທານາທິບໍດີຄົນໃໝ່ຂອງ ສີລັງກາ ຫຼັງຈາກາກນລາອອກຈາກຕຳແໜ່ງຂອງທ່ານ ໂກຕາບາຍາ ຣາດປັກສາ ອາດີປະທານາທິບໍດີສີລັງກາ.

ທຳນຽບປະທານາທິບໍດີສີລັງກາລະບຸວ່າ: ຜູ້ທີ່ສາບານຕົນເຂົ້າຮັບຄະນະຕຳແໜ່ງລັດຖະມົນຕີຊຸດໃໝ່ລວມເຖິງ ທ່ານ ອາລີ ຊາບີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານ ຣາຟິນ ເຟີນານໂດ ລັດຖະມົນຕີວ່າການກະຊວງທ່ອງທ່ຽວ ແລະ ທີ່ດິນ, ທ່ານ ນາລິນ ເຟີນານໂດ ລັດຖະມົນຕີວ່າການກະຊວງການຄ້າ ພານິດ ແລະ ຄວາມໝັ້ນຄົງທາງດ້ານອາຫານ ແລະ ທ່ານ ກັນຈະນະ ວຶເຈສາເກລາ ລັດຖະມົນຕີວ່າການກະຊວງພະລັງງານ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...