Homeຂ່າວຕ່າງປະເທດນາຍົກລັດຖະມົນຕີອີຕາລີ ຍື່ນໃບລາອອກຢ່າງເປັນທາງການ

ນາຍົກລັດຖະມົນຕີອີຕາລີ ຍື່ນໃບລາອອກຢ່າງເປັນທາງການ

Published on

ອີງຕາມການລາຍງານ TNN ONLINE ໃນວັນທີ 21 ກໍລະກົດ 2022, ນາຍົກລັດຖະມົນຕີ ອີຕາລີ ທ່ານ Mario Draghi ( ມາລິໂອ ດາກິ ) ລາອອກຈາກຕຳແໜ່ງ. ຍ້ອນ​ວ່າ​ບໍ່​ມີ​ການ​ສະໜັບສະໜູນ​ຈາກ​ບັນດາ​ສະມາຊິກ​ລັດຖະບານ​ປະສົມ​ໃນ​ການ​ລົງ​ຄະ​ແນນ​ສຽງ​ບໍ່​ໄວ້ວາງ​ໃຈ.

ທັງນີ້ ນາຍົກລັດຖະມົນຕີ ທ່ານ Mario Draghi ໄດ້ຍື່ນໃບລາອອກກັບ ທ່ານ ປະທານາທິບໍດີ Sergio Mattarella ທີ່ພະລາຊະວັງ Quirinale ໃນຕອນເຊົ້ານີ້ຕາມເວລາທ້ອງຖິ່ນ. ໂດຍທ່ານ Sergio Mattarella ໄດ້ຂໍໃຫ້ລັດຖະບານຂອງນຍົນລັດຖະມົນຕີີ ດາກີ ຮັບໜ້າີ່ເປັນລັດຖະບານຮັກສາການຈົນກວ່າຈະໄດ້ຄະນະລັດຖະບານຊຸດໃໝ່.

ສຳລັບການລາອອກຂອງນາຍົກ ດາກີ ເກີດຂຶ້ນຫຼັງພັນທະມິດພັກລັດທະບານປະສົມສຳຄັນ ປະຕິເສດທີ່ຈະເຂົ້າຮ່ວມການລົງຄະແນນສຽງບໍ່ໄວ້ວາງໃຈ ເຊິ່ງການລາອອກຂອງນາຍົກ ດາກີ ຈະນຳໄປສູ່ການເລືອກຕັ້ງກ່ອນກຳໜົດໃນເດືອນຕຸລາ ແລະ ເຮັດໃຫ້ເກີດຊ່ວງເວລາ ທີ່ບໍ່ແນ່ນອນສຳລັບອີຕາລີ ແລະ ເອີຣົບໃນຊ່ວງເວລາສຳຄັນ, ໂດຍ ທ່ານ ນາຍົກ ດາກີ ມີຈຸດຍືນອັນແຂ່ງແກ່ນຕໍ່ ຣັດເຊຍ ແລະ ເປັນກຳລັງສຳຄັນໃນການອອກມາດຕະການການຄວ້ຳບາດຂັ້ນເດັດຂາດຕໍ່ປະທານາທິບໍດີ ວາລາດິເມຍ ປູຕິນ ແຫ່ງຣັດເຊຍ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...