spot_img
Homeຊີວິດແລະຄວາມຮັກຢາກເປັນຜົວທີ່ດີຕ້ອງອ່ານ

ຢາກເປັນຜົວທີ່ດີຕ້ອງອ່ານ

Published on

5-couples-lay-face-each-other

ກ່ອນອື່ນໝົດຖ້າທ່ານຢາກເປັນຜົວທີ່ດີ ກ່ອນຈະໄປລົມສາວມາເປັນແຟນໃຫ້ຕັ້ງໃຈ ເອົາໄວ້ຢ່າງໜຶ່ງວ່າ: ເມື່ອສ້າງຄອບຄົວແລ້ວ ເຖິງຈະທຸກຈະຍາກ ຈະມີບັນຫາຂະໜາດໃດ ຕ້ອງເຮັດໃຫ້ຄອບຄົວອົບອຸ່ນ ເປັນເລື່ອງທຳອິດແລະຕະຫຼອດໄປ. ຈາກນັ້ນຈຶ່ງໄປລົມສາວ ແລະເມື່ອໄດ້ແຕ່ງງານແລ້ວ ກໍສືບຕໍ່ນຳໃຊ້ອຸດົມຄະຕິນີ້ ໄປຕະຫຼອດທຸກວັນເວລາ. ເຊິ່ງມື້ນີ້, ຄໍລ່ຳນີ້ຈະມາແນະນຳ 5 ວິທີຂອງການເປັນຜົວທີ່ດີມາຕ້ອນ ບັນດາເອື້ອຍນ້ອງ ຢ່າລືມສົ່ງບົດຄວາມນີ້ຫາຜູ້ຊາຍທີ່ທ່ານຮັກແດ່ເດີ !!.

1. ໂອ້ລົມກັນ
ບໍ່ວ່າຈະເປັນຊີວິດການແຕ່ງງານ ຫຼືຄວາມສຳພັນແບບໝູ່ເພື່ອນ ການໂອ້ລົມສື່ສານກັນກໍເປັນສ່ວນປະກອບ ພື້ນຖານທີ່ສຳຄັນສຳລັບຄວາມສຳພັນ ທີ່ດີແຕ່ໃດໆມາ. ການແຕ່ງງານໃຊ້ຊີວິດຄູ່ຄືການທີ່ທ່ານເລືອກຄົນໆ ໜຶ່ງໃຫ້ເຂົ້າມາໃຊ້ຊີວິດຮ່ວມກັບທ່ານໄປ ຈົນໝົດລົມຫາຍໃຈ ຈາກຜູ້ຄົນຫຼວງຫຼາຍ ທີ່ເຂົ້າມາແລ້ວຈາກໄປໃນຊີວິດຂອງທ່ານ ດັ່ງນັ້ນມັນບໍ່ມີເຫດຜົນຫຍັງທີ່ທ່ານຈະ ບໍ່ເປີດເຜີຍເປີດໃຈກັບຄູ່ຊີວິດຂອງທ່ານ ບໍ່ມີໃຜຢາກໄດ້ຍິນຄຳຂີ້ຕົວະຫຼືຖືກນອກໃຈ ຄົນເຮົາຮັກສາຄວາມລັບຍາກ, ການຂາດການໂອ້ລົມກັນນັ້ນ ໄດ້ທຳລາຍຊີວິດການແຕ່ງງານມາຫຼາຍຄູ່ແລ້ວ ຖ້າສຸດທີ່ຮັກຂອງທ່ານຖາມທ່ານວ່າ ອ້າຍໄປເຮັດຫຍັງມາຫຼັງຈາກເລີກວຽກມື້ນີ້ ທ່ານກໍຢ່າໄປລຳຄານເລີຍ ຄິດວ່າເຂົາເປັນຫ່ວງກໍແລ້ວກັນ ທ່າທີຂອງທ່ານຈະເປັນໂຕບົ່ງຊີ້ວ່າ ທ່ານເປັນຜົວທີ່ດີ.

2. ເຄົາລົບແລະໃຫ້ກຽດ
ອີກເຄັດລັບໜຶ່ງຂອງການເປັນສາມີທີ່ດີ ຄືການຢຶດແນວຄິດທີ່ວ່າທ່ານຄວນ ເຄົາລົບແລະໃຫ້ກຽດຄູ່ຊີວິດຂອງທ່ານ ຈຳໄວ້ວ່າພັນລະຍາຂອງທ່ານກໍມີສິດ ແລະມຸມມອງຂອງໂຕເອງ ການຄິດວ່າເພດຊາຍເປັນໃຫຍ່ກວ່າ ເປັນສິ່ງທີ່ເຮັດໃຫ້ຜູ້ຍິງທຸກຄົນເບືອນໜ້າໜີ ຍົກຕົວຢ່າງ ຖ້າພັນລະຍາຂອງທ່ານເປັນແມ່ເຮືອນ ເບິ່ງແຍງລູກເຕົ້າຢູ່ເຮືອນ ບໍ່ໄດ້ໝາຍຄວາມວ່າທ່ານຈະຖືດີວ່າ ທ່ານເປັນຜູ້ຫາລ້ຽງຄອບຄົວແລ້ວຄິດວ່າ ພັນລະຍາຂອງທ່ານບໍ່ໄດ້ເຮັດຫຍັງເລີຍ ທ່ານຄວນຈະຟັງແລະເຄົາລົບມຸມມອງຂອງພັນລະຍາ ໃຫ້ກຳລັງໃຈແລະຄອຍສະໜັບສະໜຸນ ໃຫ້ກຽດເຂົາຫຼາຍພໍທີ່ຈະເຊື່ອໃຈເຂົາ ຢ່າງສຸດຫົວໃຈ ທີ່ສຳຄັນທ່ານຕ້ອງບໍ່ທຳຮ້າຍ ຫຼືທຸບຕີເມຍໂດຍເດັດຂາດ.

3. ສະແດງອອກໃຫ້ເຂົາເຫັນວ່າທ່ານຮັກເຂົາ
ມຸມມອງທີ່ທ່ານມີຕໍ່ພັນລະຍາ ມີຜົນຕໍ່ເຂົາຫຼາຍ ມັນບໍ່ຜິດທີ່ທ່ານຈະຄິດວ່າ ພັນລະຍາຢາກຈະຮູ້ສຶກເປັນທີ່ຕ້ອງການສະເໝີ ດັ່ງນັ້ນ ການສະແດງຄວາມຮັກ ແລະເຮັດໃຫ້ເຂົາຮູ້ວ່າຄວາມຮັກ ທີ່ທ່ານມີຍັງຄົງຮ້ອນແຮງ ບໍ່ປ່ຽນເປັນເລື່ອງສຳຄັນ ການສົ່ງຂໍ້ຄວາມຫວານໆ ຫຼືຊື້ຂອງຂວັນໃຫ້ເຂົາ ຈະຊ່ວຍໃຫ້ເຂົາມີຄວາມສຸກໄດ້ ທ່ານຄວນເປັນສຸພາບບຸລຸດຂອງເຂົາ ແລະເຮັດໃຫ້ເຂົາຮູ້ສຶກວ່າເຂົາ ເປັນສຸພາບສະຕີ ທ່ານຢ່າສະແດງຄວາມເຫັນຫຍັງ ທີ່ດູຖູກຢຽດຢາມເຂົາ ເພາະເຂົາອາດຈະຈົດຈຳມັນໄປຕະຫຼອດຊີວິດ.

4. ແບ່ງເບົາພາລະຂອງເຂົາ
ວິຖີທາງສູ່ຄວາມເປັນສາມີທີ່ດີຄື ການຊ່ວຍແບ່ງເບົາພາລະຂອງພັນລະຍາ ໃຫ້ຄຳແນະນຳແລະຄອຍໃຫ້ກຳລັງໃຈ ເມື່ອເຂົາຕ້ອງການສ້າງຄວາມສຳພັນ ກັບຄອບຄົວແລະເພື່ອນໆ ຂອງເຂົາ ເພື່ອໃຫ້ຊີວິດຂອງເຂົາງ່າຍຂຶ້ນ.

5. ຄິດເຖິງຊີວິດການແຕ່ງງານ
ຄຳແນະນຳສຸດທ້າຍຂອງເຮົາສຳລັບ ການເປັນສາມີທີ່ດີຄືຄິດເຖິງ ຊີວິດການແຕ່ງງານຂອງທ່ານສະເໝີ ໃນທຸກສິ່ງທີ່ທ່ານເຮັດ ບໍ່ມີໃຜຢາກໃຫ້ຊີວິດການແຕ່ງງານລົ້ມແຫຼວ ດັ່ງນັ້ນ, ທ່ານຄວນຄິດເຖິງວິທີການ ທີ່ເປັນປະໂຫຍດຕໍ່ຊີວິດການແຕ່ງງານ ພະຍາຍາມເປັນສາມີທີ່ດີທີ່ສຸດ ເທົ່າທີ່ທ່ານຈະເຮັດໄດ້ ນຶກເຖິງຕອນຕັ້ງໃຈເອົາໄວ້ວ່າ ຈະເຮັດໃຫ້ຄອບຄົວເປັນຄອບຄົວທີ່ອົບອຸ່ນທີ່ສຸດ ພັນລະຍາຂອງທ່ານຍ່ອມສັງເກດເຫັນ ຄວາມແຕກຕ່າງແລະເຂົາຈະພະຍາຍາມ ພັດທະນາໂຕເອງຄືກັນ ເພື່ອເປັນພັນລະຍາທີ່ດີທີ່ສຸດສຳລັບທ່ານ ເທົ່າທີ່ເຂົາຈະເຮັດໄດ້.

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...