spot_img
Homeຂ່າວຕ່າງປະເທດEU ມອບເງິນຊ່ວຍເຫຼືອທາງດ້ານການທະຫານໃຫ້ຢູເຄຣນ 500 ລ້ານເອີໂຣ

EU ມອບເງິນຊ່ວຍເຫຼືອທາງດ້ານການທະຫານໃຫ້ຢູເຄຣນ 500 ລ້ານເອີໂຣ

Published on

ບັນດາລັດຖະມົນຕີຕ່າງປະເທດໃນສະຫະພາບເອີຣົບ (EU) ຕົກລົງມອບເງິນຊ່ວຍເຫຼືອດ້ານທະຫານເພີ່ມໃຫ້ແກ່ຢູເຄຣນອີກ 500 ລ້ານເອີໂຣ (504 ລ້ານໂດລາ).

ວັນທີ 18 ກໍລະກົດ ອ້າງອີງຈາກ ຣອຍເຕີ ໄດ້ລາຍງານວ່າ: ໂຈເຊັຟ ບໍເຣວ ຫົວໜ້າຝ່າຍນະໂຍບາຍຕ່າງປະເທດຂອງເອີຣົບ EU ຖະແຫຼງວ່າ ຫຼັງຈາກການປະຊຸມສະພາກິດຈະການຕ່າງປະເທດວ່າ ບັນດາລັດຖະມົນຕີຕ່າງກໍຕົກລົງເຫັນດີທີ່ຈະໃຊ້ມາດຕະການຂວ່ຳບາດຣັດເຊຍ ແລະ ໄດ້ຊ່ວຍເຫຼືອແກ່ຢູເຄຣນ ຈຳນວນ500 ລ້ານເອີໂຣ.

ເງິນດັ່ງກ່າວໄດ້ຊ່ວຍໃຫ້ສະຫະພາບເອີຣົບ ຊື້ອຸປະກອນ ແລະ ສະບຽງອາຫານສຳລັບກອງທັບຢູເຄຣນ ເຊິ່ງລວມເຖິງອາວຸດທີ່ໃຊ້ໃນການປ້ອງກັນ.

ຕອນນີ້ ເງິນທີ່ທາງສະຫະພາບເອີຣົບໄດ້ຊ່ວຍເຫຼືອທາງການທະຫານແກ່ຢູເຄຣນ ມີທັງໝົດ 2,5 ພັນລ້ານເອີໂຣແລ້ວ ກໍຍັງຈະມີການສັ່ງຫ້າມນຳເຂົ້າທອງຄຳຈາກຣັດເຊຍ ແລະ ຈະເພີ່ມມາດຕະການຂວ່ຳບາດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...