Homeຂ່າວຕ່າງປະເທດRishi Sunak ຊະນະໃນການລົງຄະແນນສຽງຮອບທຳອິດ

Rishi Sunak ຊະນະໃນການລົງຄະແນນສຽງຮອບທຳອິດ

Published on

ລິຊີ ຊູນັກ Rishi Sunak ອະດີດລັດຖະມົນຕີກະຊວງການເງິນ ໄດ້ອັນດັບໜຶ່ງໃນການລົງຄະແນນສຽງເພື່ອເລືອກຫົວໜ້າພັກ “ອະນຸລັກນິຍົມ” ຄົນໃໝ່ຮອບທີໜຶ່ງ ແລະ ມີຜູ້ຖືກຄັດອອກສອງຄົນ ເຮັດໃຫ້ຕອນນີ້ເຫຼືອຜູ້ສະມັກພຽງ 6 ຄົນເທົ່ານັ້ນ.

ສຳນັກຂ່າວ ບີບີຊີ ລາຍງານວ່າ: ວັນພຸດທີ 13 ກໍລະກົດ 2022 ທ່ານ ລິຊີ ຊູນັກ ອະດີດລັດຖະມົນຕີກະຊວງການເງິນແຫ່ງອັງກິດໄດ້ຊະນະໃນການລົງຄະແນນສຽງຂອງຄົນໃນສະພາ, ເພື່ອເລືອກຫົວໜ້າພັກ ອະນຸລັກນິຍົມຄົນໃໝ່ເຊິ່ງຈະໄດ້ກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດອັງກິດ ແທນທີ່ ທ່ານ ບໍລິສ ຈອນສັນ (Boris Johnson) ຜູ້ທີ່ປະກາດລາອອກໃນອາທິດກ່ອນນີ້.

ຜົນການເລືອກຕັ້ງຄັ້ງນີ້ ທ່ານ ຊູນັກ ໄດ້ຄະແນນສຽງຈາກພັກອະນຸລັກນິຍົມສູງເຖິງ 88 ຄະແນນ, ຕໍ່ມາແມ່ນທ່ານ ນາງ Penny Mordaunt ລັດຖະມົນຕີກະຊວງການຄ້າ ທີ່ໄດ້ 67 ຄະແນນ ແລະ ທ່ານ ນາງ Liz Truss ລັດຖະມົນຕີກະຊວງການຕ່າງປະເທດໄດ້ 50 ຄະແນນ.

ຜົນການລົງຄະແນນສຽງເລືອກຕັ້ງຮອບທຳອິດ

ຜົນທີ່ອອກມາເຮັດໃຫ້ຕອນນີ້ເຫຼືອຜູ້ຊິງຕຳແໜ່ງຫົວໜ້າພັກອະນຸລັກນິຍົມ 6 ຄົນ, ໂດຍການລົງຄະແນນສຽງຮອບຕໍ່ໄປຈະຈັດຂື້ນໃນວັນພະຫັດທີ 14 ກໍລະກົດນີ້.

ຄາດວ່າຜູ້ທີ່ລົງສະມັກຈະຖືກຄັດອອກຈົນເຫຼືອ 2 ຄົນສຸດທ້າຍພາຍໃນອາທິດໜ້າ, ຈາກນັ້ນຈະເປັນການລົງຄະແນນສຽງຮອບສຸດທ້າຍໂດຍມີສະມາສິກພັກອະນຸລັກນິຍົມ 160.000 ຄົນທົ່ວປະເທດຮ່ວມລົງຄະແນນສຽງຜ່ານທາງໄປສະນີ ເພື່ອເລືອກຜູ້ທີ່ຈະມາເປັນຫົວໜ້າພັກ ແລະ ນາຍົກລັດຖະມົນຕີຂອງອັງກິດຄົນຕໍ່ໄປ ເຊິ່ງຈະປະກາດຜົນໃນວັນທີ 5 ກັນຍານີ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...