spot_img
Homeຂ່າວຕ່າງປະເທດຮົງກາລີປະກາດພາວະສຸກເສີນດ້ານພະລັງງານ

ຮົງກາລີປະກາດພາວະສຸກເສີນດ້ານພະລັງງານ

Published on

ລັດຖະບານຮົງກາລີປະກາດພາວະສຸກເສີນດ້ານພະລັງງານ ຫຼັງຈາກທີ່ຣັດເຊຍ-ຢູເຄຣນ ມີການຂັດແຍ່ງກັນ ຈົນເຮັດໃຫ້ການຜະລິດກະຈາຍເຊື້ອໄຟໄດ້ຢຸດລົງ ຫຼື ມີຄວາມຂັດຂ່ອງ ຂະນະທີ່ມີມາດຕະການຂວ່ຳບາດຂອງອີຢູ ເຮັດໃຫ້ເກີດວິກິດການຂາດແຄນ ຈຶ່ງເຮັດໃຫ້ລາຄາເພີ່ມສູງຂຶ້ນ.

ວັນທີ 13 ກໍລະກົດ ທີ່ຜ່ານມາ ອ້າງອີງຈາກ ອັລຈາຊີຣາ ໄດ້ລາຍງານວ່າ: ລັດຖະບານຮົງກາລີ ພາຍໃຕ້ການນຳຂອງນາຍົກລັດຖະມົນຕີ ວິກເຕີ ອໍບານ ໄດ້ຕັດສິນໃຈປະກາດພາວະສຸກເສີນດ້ານພະລັງງານເຊື້ອໄຟ ໂດຍຈະຢຸດການສົ່ງອອກນ້ຳມັນ ແລະ ເພີ່ມການຜະລິດກາສທຳມະຊາດ ຈາກ 1.500 ລ້ານແມັດກ້ອນຕໍ່ປີ ເປັນ 2.000 ລ້ານແມັດກ້ອນຕໍ່ປີ ເພີ່ມການສະກັດຖ່ານຫິນລິກໄນ ຂະນະດຽວກັນຈະກັບມາດຳເນີນການໂຮງງານໄຟຟ້າພະລັງງານຖ່ານຫິນລິກໄນຄືນອີກ.

ນອກຈາກນີ້ ຈະເພີ່ມການຜະລິດພະລັງງານຈາກໂຮງໄຟຟ້ານິວເຄຼຍທີ່ມີຢູ່ພຽງແຫ່ງດຽວ ດ້ວຍການຂະຫຍາຍເວລາການຜະລິດ ເຊິ່ງມາດຕະການທັງໝົດນີ້ຈະເລີ່ມໃນເດືອນສິງຫານີ້.

ທັ້ງນີ້ ກໍເພື່ອບັນເທົາພາວະຂາດແຄນພະລັງງານໃນປະເທດ ແລະ ພາວະພະລັງງານເຊື້ອໄຟລາຄາເພີ່ມສູງທົ່ວເອີຣົບ ທີ່ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ.

ຮົງກາລີ ເປັນປະເທດທີ່ອາໄສເຊື້ອໄຟຟອສຊິວ ນຳເຂົ້າຈາກຣັດເຊຍຈຳນວນຫຼາຍ ແລະ ຮົງກາລີກໍເປັນປະເທດໜຶ່ງທີ່ຕໍ່ຕ້ານການຂວ່ຳບາດດ້ານພະລັງງານຕໍ່ຣັດເຊຍ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...