Homeຂ່າວຕ່າງປະເທດຄ່າເງິນສະກຸນເອີໂຣ ອ່ອນຄ່າທຽບເທົ່າເງິນໂດລາ

ຄ່າເງິນສະກຸນເອີໂຣ ອ່ອນຄ່າທຽບເທົ່າເງິນໂດລາ

Published on

ຄ່າເງິນສະກຸນເອີໂຣ ອ່ອນຄ່າທຽບເທົ່າເງິນໂດລາ ເປັນຄັ້ງທຳອິດໃນຮອບ 20 ປີ ໂດຍມາຈາກຫຼາຍປັດໄຈ ໂດຍສະເພາະວິກິດທາງພະລັງງານ ລາຄາກາສ໌ທຳມະຊາດສູງຂຶ້ນຕໍ່ເນື່ອງ ນັບຕັ້ງແຕ່ເກີດມີຄວາມຂັດແຍ່ງກັນໃນຢູເຄຣນ.

ເມື່ອວັນທີ 12 ກໍລະກົດ 2022 ຊີເອັນເອັນ ລາຍງານວ່າ ຄ່າເງິນສະກຸນເອີໂຣ ອ່ອນຄ່າລົງມາເທົ່າກັບເງິນສະກຸນໂດລາ ເປັນຄັ້ງທຳອິດໃນຮອບ 20 ປີ ໃນເວລາ 10:00 ຂອງວັນທີ 12 ກໍລະກົດ 2022 ຕາມເວລາມາດຕະຖານ ຄ່າເງິນເອີໂຣ ໄດ້ອ່ອນຄ່າລົງມາເທົ່າກັບ 1 ໂດລາ ແລະ ຖືເປັນການອ່ອນຄ່າຂອງເງິນຢູໂຣເຖິງ 12% ນັບຕັ້ງແຕ່ປີ 2022 ໃນຂະນະທີ່ເງິນໂດລາກໍແຂງຄ່າຂື້ນຈາກຄວາມຄາດຫວັງວ່າ ທະນາຄານກາງຂອງສະຫະຣັດ (FED) ຂຶ້ນດອກເບ້ຍ ເພື່ອຮັບມືກັບພາວະເງິນເຟີ້.

ສາເຫດທີ່ພາໃຫ້ເງິນເອີໂຣອ່ອນຄ່າລົງຕໍ່າສຸດ ໃນຮອບ 20 ປີມາຈາກຫຼາຍປັດໄຈ ໂດຍພາວະເງິນເຟີ້ສູງ ລາຄາກາສ໌ທຳມະຊາດທີ່ສູງຂື້ນຕໍ່ເນື່ອງ ການເກີດວິກິດທາງພະລັງງານ ນັບຕັ້ງແຕ່ເກີດສົງຄວາມໃນຢູເຄຣນ ເຊິ່ງປະເທດຍັກໃຫຍ່ໃນເອີຣົບ ໄດ້ໃຊ້ມາດຕະການຂວ່ຳບາດຕອບໂຕ້ຣັດເຊຍ ໂດຍການຫຼຸດການສັ່ງຊື້ສິນຄ້າ ແລະ ກາສ໌ທຳມະຊາດຈາກຣັດເຊຍ.

ໃນຂະນະທີ່ຣັດເຊຍກໍຕອບໂຕ້ໂດຍການຢຸດສົ່ງກາສ໌ທຳມະຊາດ ໃຫ້ແກ່ບັນດາປະເທດໃນເອີຣົບ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...