Homeຂ່າວຕ່າງປະເທດຣັດ​ເຊຍ​​ຮ່ວມ​ມື​ກັນທາງດ້ານ​ການປ້ອງ​ກັນ​ປະ​ເທດ​ກັບ​ມຽນ​ມາ

ຣັດ​ເຊຍ​​ຮ່ວມ​ມື​ກັນທາງດ້ານ​ການປ້ອງ​ກັນ​ປະ​ເທດ​ກັບ​ມຽນ​ມາ

Published on

ຣັດ​ເຊຍ​ ແລະ ​ມຽນ​ມາ​ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ​ດ້ານການ​ປ້ອງ​ກັນ​ປະ​ເທດ​ ​ຫຼັງ​ຈາກ​ການ​ພົບ​ປະ​ກັນ​ທີ່ມົສ​ກູ ​ລະ​ຫວ່າງ​ຜູ້​ນໍາ​ທະ​ຫານ​ຂອງ​ມຽນ​ມາ Min Aung Hlaing ແລະ​ ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂັ້ນ​ສູງ​ຂອງ​ຣັດ​ເຊຍ.

ຕາມການລາຍງານຂອງສື່ມວນຊົນຂອງຣັດຖະບານຣັດເຊຍ ໄດ້ລາຍງານວ່າ: ໃນວັນຈັນ ທີ 11 ກໍລະກົດ ໄດ້ພົບປະຢ້ຽມຢາມເປັນ​ສ່ວນ​ຕົວກັບ ທ່ານ Hlaing ຢູ່​ນະຄອນຫຼວງ​ມົສກູ​.

ວັນ​ທີ 11 ກໍລະກົດ​ນີ້, ​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດຂອງຣັດ​ເຊຍ ​ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ​ປະທານ​ສະພາ​ບໍລິຫານ​ແຫ່ງ​ລັດ​ມຽນມາ ​ແລະ ​ທ່ານ​ພົນ​ເອກ Min Aung Hlaing ຜູ້​ບັນຊາ​ການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມຽນມາ ທີ່ໄດ້​ເດີນທາງ​ໄປ​ຮອດຣັດ​ເຊຍ​ຢ່າງ​ເປັນ​ທາງ​ການ.

ທັງສອງ​ຝ່າຍ​ ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ພັດທະນາ​ການ​ພົວພັນ ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ການ​ທະຫານ ​ແລະ ​ໄດ້​ຢ້ຳຄືນ​ແຜນການ​ນຳ​ໃຊ້​ທ່າ​ແຮງ​ທີ່​ມີ​ຢູ່​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ ​ແລະ ເຕັກນິກ​ການ​ທະຫານ ​ໃນ​ຄູ່​ຮ່ວມ​​ຍຸດ​ທະ​ສາດ.

ອຳນາດການປົກຄອງທະຫານຂອງມຽນມາ ໄດ້ກັກຂັງກຸ່ມຄົນປະທ້ວງຫຼາຍພັນຄົນ ນັບຕັ້ງແຕ່ໄດ້ຍຶດອຳນາດ ໃນການກໍ່ລັດຖະປະຫານ ໃນເດືອນກຸມພາ ຂອງປີກາຍນີ້.

​ໃນ​ຂະນະ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ: ການ​ສືບສວນ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ທະຫານ​ມຽນມາ​ໄດ້​ກໍ່​ການ​ສັງຫານ​ໝູ່​ ແລະ​ ອາດ​ຊະ​ຍາ​ກຳ​ຕ້ານ​ມະນຸດ​ຊາດ, ລັດຖະບານ​ມຽນມາ​ກ່າວ​ວ່າ ກຳລັງ​ພະຍາຍາມ​ຟື້ນ​ຟູ​ສັນຕິພາບ​ ແລະ​ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍພາຍໃນປະເທດ.

ໃນວັນອາທິດທີ່ຜ່ານມານີ້ ທ່ານ Antony Blinken ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມຣິກາ  ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳ ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ນຳໃຊ້ຄວາມກົດດັນຫຼາຍຂຶ້ນຕໍ່ມຽນມາ ເພື່ອຟື້ນຟູສັນຕິພາບ ແລະ ປະຊາທິປະໄຕ ໃນລະຫວ່າງກອງປະຊຸມທີ່ບາງກອກ.

ອາ​ຊຽນ​ໄດ້​ຮັບ​ຮອງ​ເອົາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ 5 ​ຂໍ້​ໃນ​ກອງ​ປະຊຸມ​ສຸກ​ເສີນ​ ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ ​ໃນ​ປີ​ກາຍ​ນີ້ ທີ່ຄາດ​ວ່າ​ຈະຢຸດຕິ​ຄວາມ​ຮຸນ​ແຮງລົງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...